Ad

Ad

5 February 2015

15 ປີແຫ່ງການເຕີບໂຕຂອງທຸລະກິດ ວຸດທິສັກ ຄລີນິກ



     ໃນຄ່ຳຄືນວັນທີ 3 ມັງກອນຜ່ານມາ, ຮ້ານວຸດທິສັກ ຄລີນິກ ໄດ້ຈັດງານສະ ເຫລີມສະຫລອງການສ້າງຕັ້ງຄລີນິກ ຂອງຕົນ ຄົບຮອບ 15 ປີ, ຂຶ້ນຢູ່ສາຂານະ ຄອນຫລວງວຽງຈັນ, ໂດຍນຳເອົາສິລະປິນ, ນັກຮ້ອງ, ນັກສະແດງ ທັງພາຍໃນ ແລະ ຕ່າງປະ ເທດເຂົ້າຮ່ວມສະແດງອັນໄດ້ສ້າງຄວາມເບີກບານມ່ວນຊື່ນ ໃຫ້ກັບຜູ້ທີ່ເຂົ້າຮ່ວມ ງານໄດ້ເປັນຢ່າງດີ.
     ທ່ານ ເອກນະກອນ ກອນຫິຣັນ ເຈົ້າຂອງຮ້ານ ວຸດທິສັກ ຄລີນິກ ກ່າວວ່າ: ໃນໄລຍະ 15 ປີຜ່ານມາ, ວຸດທິສັກ ຄລີນິກ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕຂຶ້ນຢ່າງວ່ອງໄວ, ເປັນຄລີນິກແຖວໜ້າດ້ານ ຄວາມງາມໃນປະເທດອາຊີຕາເວັນອອກສ່ຽງໃຕ້, ທັງເປັນຜູ້ນຳທຸລະກິດດ້ານຄວາມງາມອັນດັບໜຶ່ງໃນປະເທດໄທນຳອີກ, ເຊິ່ງສະແດງອອກໃຫ້ເຫັນວ່າ: ປັດຈຸບັນນີ້ ວຸດທິສັກ ຄລີນິກ ມີຫລາຍກວ່າ 130 ສາຂາ ຢູ່ທັງພາຍໃນ ແລະ ຕ່າງປະເທດ,
ສະເພາະຢູ່ລາວແມ່ນມີທັງໝົດ 4 ສາຂາຄື: ນະຄອນ ຫລວງວຽງຈັນ, ຫລວງພະບາງ, ປາກເຊ ແລະ ສະຫວັນນະເຂດ ຊຶ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກລູກຄ້າທີ່ ເຂົ້າມາໃຊ້ບໍລິ ການນຳຄລີນິກດັ່ງກ່າວ, ນຳໃຊ້ນະວັດຕະກຳທີ່ທັນສະໄໝ, ມີຄວາມປອດໄພ, ມີປະສິດທິພາບສູງສຸດ ແລະ ສາມາດຕອບບັນຫາ ຜິວພັນໄດ້ຢ່າງຖືກວິທີ, ຈາກແພດຜູ້ຊ່ຽວຊານ.
     ໃນໂອກາດສະເຫລີມສະຫລອງນີ້, ຮ້ານວຸດທິສັກ ຄລີນິກ ຍັງມີລາຍການພິເສດໃຫ້ກັບລູກຄ້າຄື: ພຽງແຕ່ຊື້ບັດ ວຸດທິສັກ ໄດມອນ ສິກເນເຈີ (Wuttisak Diamond Signature Card), ກໍສາມາດນຳບັດດັ່ງກ່າວເຂົ້າໄປໃຊ້ບໍລິການໃນທຸກສາຂາ ວຸດທິສັກ ຄລີນິກ ໄດ້ຫລາຍກວ່າ 10 ລາຍການທີ່ສາມາດຊ່ວຍໃຫ້ໃບໜ້າສວຍງາມໄດ້ຢ່າງທີ່ຕ້ອງການ.

No comments:

Post a Comment