Ad

Ad

5 February 2015

ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສຄັ້ງທີ IV ປີ 2015 ຈະເລີ່ມຂຶ້ນໃນຕົ້ນເດືອນມີນານີ້



     ໃນວັນທີ 4 ມັງກອນນີ້, ຢູ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫລວງ ວຽງຈັນ, ໄດ້ຈັດເຝິກອົບຮົມຄູເຝິກ ຂັ້ນແຂວງ ສຳລັບການລົງສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ IV ໃນປີ 2015 ນີ້, ເພື່ອຮັບປະກັນຄວາມພ້ອມ ຂອງກຳລັງ ພົນ, ໂດຍ ສະເພາະແມ່ນການກະກຽມຄວາມພ້ອມຂອງນັກກວດກາ ແລະ ນັກເດີນ ສຳຫລວດໃຫ້ພຽງພໍ ທັງປະລິມານ ແລະ ຄຸນນະພາບ ເພື່ອເຮັດໃຫ້ການສຳຫລວດ ສາມາດດຳເນີນໄປຢ່າງຄ່ອງຕົວ ແລະ ຮັບປະກັນການເກັບກຳຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມສະ ພາບຄວາມເປັນຈິງບົນພື້ນຖານເຕັກນິກ ແລະ ຫລັກການດ້ານສະ ຖິຕິຂອງການເກັບກຳຂໍ້ມູນການສຳຫລວດ.
     ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ໄດ້ກ່າວເປີດຊຸດເຝິກອົບ ຮົມວ່າ: ລັດຖະ ບານ ໄດ້ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດເປັນ ໃຈກາງໃນການຈັດຕັ້ງປະຕິບັດ ການສຳ ຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ IV ປີ 2015, ຊຶ່ງການ ສຳຫລວດພົນລະເມືອງໃນຄັ້ງນີ້ ກໍເພື່ອເກັບ ກຳຂໍ້ມູນປະເມີນມ້ວນທ້າຍ ຂອງການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ແລະ ປີສຸດທ້າຍຂອງການຈັດຕັ້ງປະ ຕິບັດ
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ທັງເປັນຂີດໝາຍປະຫວັດສາດ ຂອງຊາດລາວທີ່ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ມີຄວາມມຸ້ງໝັ້ນສູງ ທີ່ຈະຈັດຕັ້ງປະຕິບັດໃຫ້ສຳເລັດໃນປີທ້າຍ 2015 ນີ້, ເຊິ່ງນຳໃຊ້ງົບປະມານ ແລະ ບຸກຄະລາກອນຫລາຍທີ່ສຸດ ເມື່ອທຽບໃສ່ທຸກໆ ຄັ້ງທີ່ຜ່ານມາ, ຈາກການຄາດຄະເນ ຫລັງສຸດເຫັນວ່າຕ້ອງການງົບ ປະມານທັງໝົດປະມານ 7,5 ລ້ານໂດລາສະຫະລັດ, ໃນນີ້ ລັດ ຖະບານໄດ້ປະກອບ ສ່ວນປະມານ 55%.
     ຊຸດອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 4 ວັນ ແຕ່ວັນທີ 4-8 ກຸມພານີ້,  ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ຮອງຫົວໜ້າຄະນະຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສລະດັບຊາດຄັ້ງທີ IV, ໂດຍມີນັກກວດກາ, ນັກເດີນສຳຫລວດຈາກບັນດາແຂວງໃນທົ່ວປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມຢ່າງພ້ອມພຽງ.

No comments:

Post a Comment