Ad

Ad

5 February 2015

ໂຮງໝໍ​ແມ່​ ແລະ ​ເດັກ​ມອບ​ເຄື່ອງ​ກວດ​ດ້ວຍ​ຄືນ​ສຽງ​ໃຫ້​​ໂຮງໝໍ​ແຂວງ​ຈຳປາ​ສັກ



ວັນ​ທີ 4 ກຸມພາ​ນີ້​​ ໂຮງໝໍ​ແມ່​ ແລະ ​​ເດັກ​ໄດ້​ມອບ​ເຄື່ອງ​ກວດ​ດ້ວຍ​ຄື້​ນສຽງ​ໃຫ້​ໂຮງໝໍ​ແຂວງ​ຈຳປາ​ສັກ, ມູນ​ຄ່າ 12 ພັນ​ໂດ​ລາ​ສະ​ຫາ​ລັດຫຼືປະມານ 100 ລ້ານ ກີບ, ​ຊຶ່ງ​ເປັນເຄື່ອງ​ກວດ​ຢູ່ໂຮງໝໍ​ແມ່​ ແລະ ​ເດັກ​ໄດ້​ຮັບ​ຈາກການ​ຊ່ວຍ​​ເຫຼືອ​ຂອງ​ໂຮງໝໍປະ​​ເທດ​ສະ​ວິດ, ຕາງ​ໜ້າມອບ​ໂດຍ​ທ່ານຮອງ​ສາ​ສະ​ດາ​ຈານ ດຣ ບົວ​ວັນ ​ແສນ​ສະຖິດ ອຳນວຍ​ການ​​ໂຮງໝໍ​ແມ່​ ແລະ ​ເດັກ ​ແລະ ຮັບ​ໂດຍ ທ່ານ ນາງ ດຣ ຈັນທະ​ພອນ ຕ່າງ​ໜ້າ​ພະ​ແນ​ກປະສູດ ​ໂຮງໝໍ​ແຂວງ​ຈຳປາ​ສັກ, ​​​​ໂດຍ​ມີ​ພະນັກງານ​ແພດ​ໝໍ​ໂຮງໝໍ​ດັ່ງກ່າວ​ເຂົ້າ​ຮ່ວມ​ນຳ.
ອຳນວຍ​ການ​ໂຮງໝໍ​ແມ່​ ແລະ ​ເດັກ​ກ່າວ​ວ່າ: ຍ້ອນ​ເຫັນ​ໄດ້​ຄວາມ​ສຳຄັນ​ສຸຂະ​ພາບ​ແມ່​ ແລະ ​ເດັກ ​ແລະ ຄວາມ​ຂາດ​ເຂີນ​ທາງ​ດ້ານ​ອຸປະ​ກອນການ​ແພດ​ທີ່​ທັນ​ສະ​ໄໝ​ຂອງ​ໂຮງໝໍ​ແຂວງ​ຈຳ​ສັກ,​ ໂດຍ​ສະ​ເພາະ​ແມ່ນພະ​ແນ​ກປະສູດ,​ ດັ່ງ​ນັ້ນ, ​​ໂຮງ​ໝໍ​ແມ່​ ແລະ ​​ເດັກ​ຂໍການຊ່ວຍເຫຼືອ​ເຄື່ອງກວດດັ່ງກ່າວຈາກ​ໂຮງໝໍ​ປະ​ເທດ​ສະ​ວິດເພື່ອມາ​ມອບ​ໃຫ້​ໂຮງໝໍ​ແຂວງ​ຈຳປາ​ສັກ​ເພື່ອ​
ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ປິ່ນປົວ​ສຸຂະພາບ​ຂອງ​ແມ່​ ແລະ ​ເດັກ​ໃນ​ໂຮງໝໍ​ແຂວງ​ຈຳປາ​ສັກ​ໃຫ້ມີ​ຄຸນ​ນະພາ​ບ ​ໂດຍ​ສະ​ເພາະ​ແມ່ນ​ການກວດ ​ແລະ ​ບົ່ງມະຕິ​ພະຍາດ​ແມ່​ ແລະ ​ເດັກ​ໄດ້​ດີ​ຍິ່ງ​ຂຶ້ນ, ​ເນື່ອງ​ຈາກ​ເຄື່ອງ​ກວດ​ດັ່ງກ່າວ​ເປັນ​ເຄື່ອງມື​ການ​ແພດ​ທີ່​ທັນ​ສະ​ໄໝ, ຊຶ່ງ​ກ່ອນ​ໜ້າ​ນີ້​ທາງ​ໂຮງໝໍ​ແຂວງ​ຈຳປາ​ສັກ​ໄດ້​ສົ່ງ​ພະນັກງານ​ແພດ​ໝໍ​ມາ​ເຝິກ​ອົບຮົມການ​ນຳ​ໃຊ້​ຈົນ​ມີຄວາມຊຳນານ, ​ເພື່ອ​ສາມາດ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ໃຫ້ມີປະສິທິຜົນສູງ.
ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ​ໃຫ້​ຮູ້​ອີກ​ວ່າ: ປັດຈຸບັນ​​​​ໂຮງໝໍ​ຂອງ​ຕົນ​ກຳລັງ​ສຸມ​​ໃສ່​ຝຶກ​ອົບຮົມ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ​ໃຫ້​ກັບ​ພະ​ນັກ​ງານ​ແພດ​ໝໍ​ທຸກ​ພະ​ແນ​ກ​​,​ ເພື່ອ​ກຽມ​ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ທັງ​ເປັນ​ການ​ກຽມພ້ອມ​​ໃນ​ການ​ເປີດ​ໃຫ້​ບໍລິການ​ໂຮງໝໍ​ແມ່​ແລະ​ ເດັກ​ຫຼັງ​​ໃໝ່, ໂດຍ​ຄາດ​ວ່າຈະ​ເປີດ​ໃຫ້​ບໍລິການ​ໃນ​ເດືອນ ເມສາ​ທີ​ຈະ​ມາ​ເຖິງ​ນີ້.

No comments:

Post a Comment