Ad

Ad

5 February 2015

ການ​ພົວພັນ​ຮ່ວມ​ມື​ລາວ-ລັດ​ເຊຍ​ໃນ​​ໄລຍະ​ຜ່ານມາ​ໄດ້ຮັບການເສີມຂະຫຍາຍງອກງາມຂຶ້ນເປັນລຳດັບ



ວັນ​ທີ 4 ກຸມ​ພານີ້, ທ່ານ ບາຣານນົບ ທູດ​ລັດ​ເຊຍ​ປະຈຳ​ລາວ,​ ໄດ້​ຖະ​ແຫຼ່ງຕໍ່​ສື​່ມວນ​ຊົນ, ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລັດ​ເຊຍ-​ລາວ, ລາວ-ລັດ​ເຊຍ ​ໃນ​​​ໄລຍະ​ຜ່ານ​ມາ​ວ່າ: ສາຍ​ພົວພັນມຮ່ວມືລະຫວ່າງ​ລັດ​ເຊຍ​ກັບ​ລາວ​ຕັ້ງ​ຢູ່​ບົນ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈ, ​ເຄົາລົົບ​ນັບຖື​ ແລະ ​ໄວ້​ວາງ​ໃຈ​ເຊິ່ງກັນ​ ແລະ ​ກັນ, ມີ​ຄວາມ​ໜັກແໜ້ນ​ແຫ່ງ​ມິດຕະພາບ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງ ກັນ ​ແລະ​ກັນ, ທີ່​ສ້າງຕັ້ງ​ຂຶ້ນ​ໃນ​ກາງ​ສະ​ໄໝສະຫະ​ພາບ​ໂຊ​ຫວຽດ ​ແລະ ສປປ ລາວ ​ຍັງ​ໝຸ່ມນ້ອຍ,​ ໃນ​ໄລຍະ​ມໍ້ໆ​ຜ່ານ​ມາ​ໄດ້​ມີ​ການ​ເສີມ​ຂະຫຍາຍ​ການ​ສົນທະນາ​ທາງ​ດ້ານ​ການ​ເມືອງ​ຢ່າງ​ຫ້າວຫັນ, ສິ່ງ​ທີ່​ເປັນ​ການ​ຊຸກຍູ້​ອັນ​ແຮງ​ກ້າ​ໃຫ້​ແກ່​ຂະ​ບວນການ​ດັ່ງກ່າວ​ກໍ​ຄື​ການ​ຢ້ຽມຢາມ​ລັດ​ເຊຍ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ​ແລະ ​ເປັນ​ປະຫວັດສາດ​ຂອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໃນ​ເດືອນ​
ຕຸລາ 2011 ​ແລະ ​ການ​ຮັບຮອງ​ເອົາ​ຖະ​ແຫຼ່ງການ​ວ່າ​ດ້ວຍ​ການ​ເປັນ​ຄູ່​ຮ່ວມຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ,​ ໃນ​ປີ 2012 ປະທານນາທິບໍດີແ່ຫ່ງລັດ​ເຊຍ,​ ໄດ້​ຢ້ຽມຢາມ ສປປ ລາວ ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9, ຊຶ່ງ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບປະ​ທານ​ປະ​ເທດ ​ແລະ​ ນາຍົກລັດຖະມົນຕີ​ຂອງ​ລາວ, ອົງ​ປະກອບ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ແມ່ນ​ການ​ແລກປ່ຽນດ້ານ​ມະນ​ຸດສະ​ທຳ​ຊຶ່ງ​ມີ​ສູນ​ວິ​ທະຍາ​ສາດ ​ແລະ ວັດທະນະທຳ​ຂອງ​ລັດ​ເຊຍ​ໄຂ​ຂຶ້ນ​ຢູ່ລາວ​ໃນ​ປີ 2013 ​ແລະ ​ໃນ​ເດືອນ ພະຈິກ​ 2014 ​​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຢູ່​ປະ​ເທດ​ມຽນມາ​ໄດ້​ມີ​ການ​ພົບ​ປະລະຫວ່າງ ທ່ານ ​ເມ​ເວດ​ເດັບ ນາຍົກ ລັດຖະມົນຕີ​ລັດ​ເຊຍ​ ​ແລະ ທ່ານ​ ທອງ​ສິງ​ທຳ​ມະ​ວົງ ນາຍົກລັດຖະມົນຕີ​ຂອງ​ ສປປ ລາວ,​ ຊຶ່ງ​ເປັນ​ເງື່ອນ​ໄຂ​ດີ​ໃນ​ການສະ​ແດງ​ທັດສະນະ​ຂອງ​ແຕ່ລະ​ຝ່າຍ​ກ່ຽວ​ກັບ​ບັນຫາ​ຮີບ​ດ່ວນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສິ່ງ​ດັ່ງກ່າວ​ນັ້ນ​ລ້ວນ​ແຕ່​ເປັນ​ການ ພົວພັນລະດັບ​ສູງ​ ແລະ ​ຄວາມ​​ເຂັ້ມ​ແຂງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ຂອງ​ສອງ​ປະ​ເທດ.
ທ່ານ​ທູດ​ຖະ​ແຫຼ່ງວ່າ: ​ໃນ​ເດືອນ​ຕຸລາ 2013 ທ່ານ ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດລາວ​ໄດ້​ເດີນທາງໄປຢ້ຽມ ຢາມ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ ​ແລະ ​ໄດ້​ລົງ​ນາມ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ສະພາ​ແຫ່ງ​ສະຫະ​ພັນລັດ​ເຊຍ, ຊຶ່ງ​ຕະຫຼອດ​ໄລຍະ​ຜ່ານ​ມາ​ທັງ​ສອງ​ປະ​ເທດ​ລາວ​-ລັດ​ເຊຍ, ລັດ​ເຊຍ-ລາວ ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ພົວພັນ ຮ່ວມ​ມື​ດ້ານ​​ເສດຖະກິດການ​ຄ້າ,​ ໂດຍ​ສະ​ເພາະ​ການເຂົ້າມາລົງທຶນຂອງນັກລົງທຶນລັດເຊຍໃນ​ຂົງ​ເຂດ​ໂທລະ​ຄົມມະນາຄົມ, ການ​ສຳ​ຫຼວດທໍລະນີ​ສາດ, ການ​ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆເຊັ່ນ: ບໍ​ລິ​ສັດ​​ເນ​​ແລນ​ພວມ​ດຳ​ເນີ​ວຽກ​ງານ​ສຳ​ຫຼວດ​ບໍ່​ຊືນ ​ແລະ ສັງກະສີ​ຢູ່​ແຂວງ​ອັດ​ຕະປື ​ແລະ ຄົ້ນ​ຄວ້າການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ການສ້າງສິ່ງ​ອຳ​ນວຍ​ໃຫ້​ແກ່​ການ​ພັດ​ທະນາ​ແລະ ​ເສີມ​ຂະຫຍາຍ​ດ້ານ​ການ​ຄ້າ, ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ, ນອກ​ນັ້ນ​​ລັດ​ເຊຍ​ຍັງ​ໄດ້​ໃຫ້ການ​ສະໜັບ​ສະໜັບ​ດ້ານ​ການ​ສຶກສາ​ແກ່​ລາວ,​ ໂດຍ​ສະ​ເພາະ​ແມ່ນ​ໃຫ້​​ທຶນແກ່​ນັກ​ສຶກສາລາ​ວ​ໄປ​ສຶກສາ​ຕໍ່​ຢູ່​ປະ​ເທດ​ລັດ​ເຊຍ​ ແລະ ​ໄດ້​ເພີ​່ມຈຳນວນ​ທຶນຂຶ້ນ​ໃນ​ແຕ່ລະ​ປີ​ ແລະ ​ໃນ​ປີ 2014 ບັນດາ​ນັກ​ຊ່ຽວຊານ​ຢູ່ມະຫາວິທະຍາ​ໄລ​ຂອງ​ລັດ​​ເຊຍ​ໄດ້​ພາກັນ​ມາ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ​ດົງ​ໂດກ​ໂດຍ​ການຈັດເຝິກ​ອົບຮົມ​ໃຫ້​ແກ່​ອາຈານ​ພາສາ​ລັດ​ເຊຍ​ ແລະ​ ນັກ​ສຶກສາຮຽນ​ພາສາ​ລັດ​ເຊຍ, ຊຶ່ງ​​ຄະນະ​ນຳ​ມະຫາວິ​ທະຍາ​ໄລ​ດົງ​ໂດກ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານຂອງ​ບັນດາ​ຊ່ຽວຊານ​ດັ່ງກ່າວ​ທີ່​ໄດ້ປະກອບສ່ວນໃນການ​ຊຸກຍູ້​ສົ່ງ​ເສີມວຽກງານ​ການ​ສຶກສາ​ຂອງ​ລາວ​ກໍ​ຄື​ການ​ຮ່ວມມື​ໃນ​ດ້ານ​ການ​ສຶກສາ​ຂອງ​ສອງ​ປະ​ເທດ​ລາວ-​ລັດ​ເຊຍ, ລັດ​ເຊຍ​-ລາວ.

No comments:

Post a Comment