Ad

Ad

4 February 2015

ປະທານປະເທດແນະນຳໃຫ້ກະຊວງໂຍທາເລັ່ງແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງ



           ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ແນະນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ຈົ່ງຮີບຮ້ອນເອົາໃຈ ໃສ່ແກ້ໄຂສະພາບລົດຕິດແອອັດໃນຕົວເມືອງ, ພາຍຫລັງເຫັນວ່າບັນຫາດັ່ງກ່າວໄດ້ສ້າງຄວາມເດືອດຮ້ອນສັບ ສົນໃຫ້ຜູ້ ໃຊ້ລົດໃຊ້ຖະໜົນຫລາຍຂຶ້ນນັບມື້, ໂດຍທ່ານປະທານປະເທດເນັ້ນວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງເປັນເຈົ້າການ ແລະ ມີຄວາມຮັບພິຊອບສູງໃນການຄຸ້ມຄອງ, ຈັດສັນລະບົບການຄົມມະນາຄົມ ແລະ ການສັນຈອນຂອງພາຫະນະໃຫ້ມີ ຄວາມໂລ່ງລຽນ ແລະ ປອດໄພດີ, ໂດຍສະເພາະຮັບປະກັນໃຫ້ການຂັບຂີ່ເຂົ້າສູ່ລະບຽບດີຂຶ້ນເທື່ອລກ້າວ ແລະ ສິ່ງສຳຄັນຮີບ ດ່ວນແມ່ນໃຫ້ສຸມໃສ່ແກ້ໄຂບັນຫາການຈະລາຈອນແອອັດໃນຕົວເມືອງໃຫ້ເປັນຮູບປະທຳ, ເຊິ່ງບັນຫາດັ່ງກ່າວໃນຜ່ານມາເຫັນ ວ່າສ້າງຄວາມສັບສົນ ແລະ ເສຍຫາຍຫລາຍດ້ານໃຫ້ແກ່ສັງຄົມກໍຄືປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນມາຫລາຍປີ, ເຊິ່ງຖ້າບໍ່ຮີບ ຮ້ອນແກ້ໄຂກໍຍິ່ງຈະເຮັດໃຫ້ມີບັນຫາບໍ່ດີເກີດຂຶ້ນເຊັ່ນ: ອຸປະຕິເຫດບົນທ້ອງຖະໜົນເພີ່ມຂຶ້ນ, ການສັນຈອນບໍ່ມີຄວາມ ເປັນລະບຽບດັ່ງນີ້ເປັນຕົ້ນ.
          ການແນະນຳຂອງທ່ານປະທານປະເທດຕໍ່ບັນຫາດັ່ງກ່າວມີຂຶ້ນໃນໂອການໂອ້ລົມຕໍ່ກອງປະຊຸມຄົບຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງຄັ້ງທີ 12 ທີ່ສຳເລັດລົງເມື່ອບໍ່ດົນມານີ້.

           ແນວໃດກໍຕາມ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ບັນຫາການສັນຈອນໃນຕົວເມືອງມີຄວາມແອອັດ ຫລາຍນີ້, ຕົ້ນຕໍແມ່ນມາຈາກພາຫະນະມີຈຳນວນເພີ່ມຂຶ້ນຫລາຍໃນແຕ່ລະປີ, ການຈອດລົດຊະຊາຍ, ການຂັບຂີ່ບໍ່ເປັນລະ ບຽບຂອງຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງ ແລະ ເສັ້ນທາງທີ່ເຫັນວ່າມີລົດຕິດແອອັດຫລາຍແມ່ນເສັ້ນທາງຫລັກຄື: ຖະ ໜົນແຄມຂອງ, ລ້ານຊ້າງ, ໄກສອນ, ໂພນພະເນົາ, ສີຫອມ, ສາມແສນໄທ, ຟ້າງຸ່ມ ແລະ ອື່ນໆ ໂດຍສະເພາະແມ່ນໃນຊ່ວງໄລ ຍະໂມງເລັ່ງດ່ວນເວລາເຂົ້າການ ແລະ ເລິກການ, ຊຶ່ງທັງໝົດເລົ່ານີ້ໄດ້ເປັນບັນຫາທີ່ຂະແໜງການກ່ຽວຂ້ອງຈະຕ້ອງໄດ້ຮີບ ຮ້ອນແກ້ໄຂ ເພື່ອຄວາມ ສະຫງົບສຸກຂອງຕົວເມືອງຫລວງ.

No comments:

Post a Comment