Ad

Ad

4 February 2015

ເກີດເຫດໄຟໄໝ້ເຮືອນເກືອບ 30 ຫລັງ ຢູ່ບ້ານດົງປ່າລານທົ່ງ



      ເຮືອນປະຊາຊົນຫລາຍສິບຫລັງ ຢູ່ໃນບ້ານດົງປາລານ, ເມືອງສີ ສັດຕະນາກ ນະຄອນຫລວງວຽງຈັນ ໄດ້ ກາຍເປັນເທົາຖ່ານ ໃນບໍ່ເທົ່າ ໃດຊົ່ວໂມງ, ພາຍຫລັງ ເກີດເຫດໄຟໄໝ້ຢ່າງຮ້າຍ ແຮງໃນຄ່ຳຄືນ ຂອງວັນ ທີ 2 ມັງກອນຜ່ານມາ, ຂະນະ ທີ່ເຈົ້າຂອງເຮືອນຫລາຍ ຫລັງແມ່ນໄດ້ພຽງແຕ່ເຄື່ອງຄາຄີງເທົ່ານັ້ນ. ເຫດການທີ່ບໍ່ ເພິ່ງ ປາຖະໜານີ້ ໄດ້ເກີດຂຶ້ນໃນຂະນະທີ່ຜູ້ຄົນພວມລັບນອນ, ກະແສ ໄຟໄດ້ ລຸກລາມຢ່າງໄວວາ ເນື່ອງຈາກ ວ່າເຂດດັ່ງກ່າວເປັນເຂດຊຸມຊົນແອອັດ ແລະ ເປັນເຮືອນ ໄມ້ສ່ວນຫລາຍຈຶ່ງເຮັດໃຫ້ກະແສໄຟລຸກລາມໄປ ສູ່ເຮືອນໄກຄຽງໄດ້ງ່າຍ.
     ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ເຫດການໄຟໄໝ້
ດັ່ງກ່າວ, ໄດ້ເກີດຂຶ້ນໃນເວລາປະມານ 22:00 ໂມງຂອງວັນທີ 2 ມັງກອນ, ຢູ່ບ້ານດົງປ່າລານທົ່ງ, ເຂດຮ່ອມ 2, ຮ່ອມ 3, ໃນນັ້ນມີ ໜ່ວຍ 4,
ໜ່ວຍ 5 ແລະ ໜ່ວຍ 7 ຄື: ເປັນເຮືອນຫ້ອງແຖວຊັ້ນດຽວ ກໍ່ດິນບ໋ອກ ຈຳນວນ 2 ຫລັງ ລວມມີ 20 ຫ້ອງ, ເຮືອນ 2 ຊັ້ນ ລຸ່ມກໍ່ເທິງໄມ້ ຈຳນວນ 5 ຫລັງ, ເຮືອນຖືກໄຟໄໝ້ເຄິ່ງຫລັງ ຈຳ ນວນ 3 ຫລັງ, ໂດຍໄດ້ໃຊ້ລົດດັບເພີງຈຳນວນ 10 ຄັນ ແລະ ເຈົ້າໜ້າທີ່ຫລາຍຄົນສຸມເຂົ້າສະກັດກັ້ນໄຟບໍ່ໃຫ້ແຜ່ ລາມໄປຫລາຍກວ່າເກົ່າ, ໂດຍໃຊ້ເວລາປະມານ 3 ຊົ່ວ ໂມງກວ່າຈຶ່ງສາມາດຄວບຄຸມໄຟໄວ້ໄດ້, ແຕ່ໂຊກດີບໍ່ ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດມູນຄ່າເສຍຫາຍຫລາຍຮ້ອຍລ້ານກີບ. ພາຍຫລັງເກີດເຫດອຳນາດ ການປົກຄອງບ້ານ ແລະ ເມືອງສີສັດຕະນາກ ໄດ້ລະດົມຂົນຂວາຍການຊ່ວຍ ເຫລືອຈາກພາກສ່ວນຕ່າງໆ ໃນເບື້ອງຕົ້ນ, ເພື່ອມາບັນເທົາທຸກໃຫ້ແກ່ຄອບຄົວທີ່ປະສົບເຫດການຂອງໄຟໄໝ້ໃນຄັ້ງນີ້. ສ່ວນສາເຫດໄຟ ໄໝ້ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.

No comments:

Post a Comment