Ad

Ad

4 February 2015

ລາວເຜີຍແຜ່ບົດລາຍງານການພັດທະນາເສດຖະກິດ-ສັງຄົມ 2014 ​



           ກະຊວງ​ສຶກສາ​ທິການ ແລະ ກິລາ ຮ່ວມ​ກັບ ທະນາຄານ​ໂລກ​ປະ​ຈຳລາວ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດທະ ນາ​ເສດຖະກິດ​ປີ 2014 ແລະ ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນ​ຂອງ​ບັນຍາກາດ​ດ້ານ​ການ​ລົງທຶນ ​ໃນ​ວັນ​ທີ 3 ກຸມພານີ້ຢູ່​ນະ ຄອນຫລວງ​ວຽງ​ຈັນ ໂດຍ​ການ​ເປັນປະທານ ຂອງ ທ່ານ ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກ ລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ,ມີ​ທ່ານນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ,ທ່ານນາງ ​ແຊ​ລລີ ເບີ​ນ ນິງ​ແຮມ ຫົວໜ້າຫ້ອງການ​ທະນາຄານ​ໂລກ​ປະ​ຈຳລາວ, ມີ​ບັນດາທູຕານຸ ທູດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ປະ​ຈຳລາວ ​ແລະ ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
          ທ່ານ ດຣ. ພັນ​ຄຳ ວິພາ​ວັນ​ກ່າ​ວ​ວ່າ: ການ​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດທະນາ ສປປ ລາວປີ 2014 ໃນ​ຄັ້ງນີ້  ​​ແມ່ນ​ຈະ​ໄດ້ສົນທະນາ​ກ່ຽວ​ກັບ​ການ​ປັບປຸງ​ຊີວິດການ​ເປັນ​ຢູ່ຂອງກະສິ ກອນ​ ໂດຍ​ການ​ເພີ່ມ​ປະສິດທິພາບ​ດ້ານກະສິກຳ​ໃຫ້​ສູງ​ຂຶ້ນ, ການສ້າງ​ຄວາມ​ຮູ້ ແລະ ​ເພີ່ມທັກ​ສະການ​ຈ້າງ​ງານທີ່​ມີ​ປະສິດທິ​ຜົນ,ສະ​ເໜີ​ເນື້ອ​ໃນ​ຈິດ​ໃຈ​ກ່ຽວ​ກັບ​ ຜົນ​ຂອງ​ການ​ປະ​ເມີນ​
ບັນຍາກາດ​ດ້ານ​ການ​ລົງທຶນ​ໃນ​ປີ 2014  ​ແລະ ສົນທະນາ​ກ່ຽວ​ກັບ​ການ​ປັບປຸງ​ບັນຍາກາດ​ການ​ລົງທຶນ​ຂະ​ຫຍາຍ​ໂອ​ກາດ​ການ​ຈ້າງ​ງານ ​ເພື່ອ​ແຮງ​ງານ​ທີ່​ກຳລັງ​ເຕີບ​ໂຕ​ຂອງ ສປປ ລາວ ​ແລະ ​ນຳ​ສະ​ເໜີທັດສະນະ​​ຂອງ​ພາກ​ເອກະ​ຊົນຕໍ່​ຂໍ້​ຈຳກັດ​ທີ່​ຕິດ​ພັນ​ກັບ​ການ​ລົງທຶນ.
ທ່ານ ດຣ. ພັນ​ຄຳ ວິພາ​ວັນ ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ກອງ​ປະຊຸມ​ດັ່ງກ່າວ ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທີ່​ສຸດ ​ຕໍ່​ການ​ພັດທະນາ​ຂອງ​ ສປປ ລາວ ຮຽກຮ້ອງໃຫ້​ບັນດາ​ທ່ານ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ລະອຽດ​ເລິກ ​ເຊິ່ງດ້ວຍ​ຄວາມ​ຮັບ ຜິດຊອບ​ສູງເພື່ອ​ຜັນ​ຂະຫຍາຍ​ບົດ​ລາຍ​ງານ​ດັ່ງກ່າວ​ໃຫ້​ເຂົ້າ​​ສູ່​ລວງເລິກ​ເຫັນ​ໄດ້​ສະພາບ​ຄວາມ​ເປັນ​ຈິງ, ສາມາດ​ປັບປຸງ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ​ແລະ ຮັບປະກັນ​ ການ​ພັດທະນາ​​ແຮງ​ງານຢູ່ ສປປ ລາວ ​ແບບ​ຍືນ​ຍົງ ພ້ອມ​ທັງສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ​ນັບ​ມື້ນັບ​ດີ​ຂຶ້ນ.                                                                                     

No comments:

Post a Comment