Ad

Ad

4 February 2015

ໂຄງການ​ກໍ່ສ້າງ​ຫໍສະໝຸດ​ ​ແລະ ​​ຫໍພິພິທະ​ພັນ​ແຫ່ງ​ຊາດມີ​ຄວາມ​ຄືບ​ໜ້າດີ



ໃນ​ວັນ​ທີ 3 ກຸມພານີ້ ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະນະ ​ໄດ້ ເຄື່ອນ​ໄຫວ​ກວດກາ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່ສ້າງ​ຫໍ​ສະໜຸດ​ແຫ່ງ​ຊາດ ​ແລະ ​ໂຄງການ​ກໍ່ສ້າງ​ຫໍພິພິທະ​ພັນ​ແຫ່ງ​ຊາດ ຫລັງ​ໃໝ່ ​​ເຊິ່ງທັງ​​ສອງ​ໂຄງ​ການ​ເຫັນ​ວ່າ​ມີ​ຄວາມຄືບ​ໜ້າ​​ເປັນ​ທີ່​ພໍ​ໃຈ.
​​          ໃນ​ໂອກາດ​ນີ້ ທ່ານ ບົວ​ເງິນ ຊາ​ພູ​ວົງ ​ແລະ ຄະນະ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ກໍ່ສ້າງ​ໂຄງການ​ຫໍ​ສະ ໜຸດ​ແຫ່ງ​ຊາດ ຈາກ​ທ່ານ  ບຸນແກ້ວ ​ແກ່ນ​ບູລີ ວິຊາ​ການ​ປະ​ຈຳ​ໂຄງການ​ກໍ່ສ້າງ​ຫໍ​ສະໜຸດ​ແຫ່ງ​ຊາດ ​ເຊິ່ງທ່ານ​ກ່າວ​ບາງ​ຕອນ​ວ່າ:  ​ໂຄງການ​ຫລັງ​ໃໝ່ນີ້ ມີ​ທີ່ຕັ້ງຢ່​ູ​ເຂດຫລັກ 6 ຂ້າງ (ຫໍພິພິທະ​ພັນ​ໄກສອນ ພົມ​ສິຫານ)  ​ເປັນ​ໂຄງການ​ຫັນ​ຊັບ​ສິນ​ເປັນ​ທຶນ, ​ໂດຍ​ແມ່ນກຸ່ມ​ບໍລິສັດ​ຈິດ​ຈະ​ເລີ​ນ ກໍ່ສ້າງ​ຈຳກັດ​​ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ມູນ​ຄ່າ​ 5 ລ້ານ​ໂດ​ລາ​ສະຫະ ລັດ, ມີ​ເນື້ອທີ່​ປຸກ​ສ້າງ 4.750 ຕາ​ແມັດ ​ເປັນ​ອາຄານ 4 ຊັ້ນ, ກວ້າງ 41 ແມັດ, ຍາວ 82 ແມັດ ​ແລະ ​ໄດ້​ເລີ່​
ມລົງມື​ກໍ່ສ້າງ​ມາ​ແຕ່​​ຕົ້ນ​ເດືອນມິຖຸນາ 2014 ປັດຈຸບັນບັນດາ​ໜ້າ​ວຽກ​ກ່ຽວ​ກັບ​ການ​ກໍ່ສ້າງ​ປະຕິບັດ​ໄດ້ 53% ຍັງ​ເຫລືອ​ພຽງ​ແຕ່​ວຽກ​ຕັດ​ຫລັງຄາ ​ແລະ ວຽກ​ງານ​ໂບກ ​ແລະ ຕົບ​ແຕ່ງ​ພາຍ​ໃ​ນ, ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ​ເດືອນຕຸລາ 2015 ນີ້.
ສ່ວນຄວາມຄືບ​ໜ້າ​ໂຄງການ​ກໍ່ສ້າງຫໍພິພິທະ​ພັນ​ແຫ່ງ​ຊາດ​ ຫລັງ​ໃໝ່  ກໍ​ເປັນ​ໂຄງການ​ຫັນ​ຊັບ​ສິນ​ເປັນ​ທຶນ ຕັ້ງຢູ່ໃນ​ບໍລິ​ເວນ​ດຽວ​ກັນ  ​ໂດຍ​ແມ່ນ​ບໍລິສັດ​ຄຳ​​​ໄຜ່ສົມ​ຊະນະ​ກໍ​່ສ້າງ​ຜູ້​ດຽວ​ຈຳກັດ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ມູນ​ຄ່າ​ການ​ທັງ​ໝົດ 10 ລ້ານ​ໂດ​ລາ​ສະຫະລັດ​ໃນ​ເນື້ອທີ 6.600 ກວ່າຕາ​ແມັດ, ​ເປັນ​ອາຄານ 4 ຊັ້ນ, ກວ້າງ 56 ແມັດ, ຍາວ 80 ແມັດ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່ເດືອນ​ເມສາ 2013 ປັດຈຸບັນ​ໄດ້​ປະຕິບັດ​ໄດ້ 47% ຂອງ​ວຽກ​ທັງ​ໝົດ, ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ​ເດືອນ ກັນຍາ 2015 ນີ້ ເພື່ອ​ໃຫ້​ທັນ​ກັບ​ການສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງ ສປປ ລາວ ​ຄົບຮອບ 40 ປີ ແລະ ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 60 ປີ.
          ໃນ​ໂອກາດ​ນີ້ ທ່ານ ບົວ​​ເງິນ ຊາ​ພູ​ວົງ ກໍ​ໄດ້​ໂອ້ລົມ ​ແລະ ​ໃຫ້​ທິດ​ຊີ້ນຳ​ຄະນະ​ຮັບຜິດຊອບ​ໂຄງການ​ກໍ່ສ້າງ​ທັງ​ສອງ​ໂຄງການ​ ໃຫ້​ເອົາ​ໃຈ​ໃສ່ປະຕິບັດ​ບັນດາ​ໜ້າ​ວຽກ​ທີ່​ຍັງ​ບໍ່​ທັນ​ແລ້ວ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ຮັບປະກັນ​ຄຸນ​ນະພາ​ບຂອງ​ອາຄານ​ໃຫ້​ມີ​ຄວາມ​ທົນ​ທານ ແລະ ມີ​ຄວາມ​ສວຍ​ງາມ​ຕາມ​ແບບ​ທີ່​ໄດ້​ກຳນົດ​ໄວ້ ພ້ອມ​ກັນນັ້ນກໍ​ຕ້ອງ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ວັດຖຸ​ອຸປະກອນ​ທີ່​ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ ​ໃຫ້​ມີ​ປະສິດທິພາບ​ຕາມ​ມາດຕະຖານ​ທີ່​ໄດ້​ກຳນົດ​ໄວ້.

No comments:

Post a Comment