Ad

Ad

4 February 2015

ນ້ຳມັນ​ເຊື້ອ​ໄຟ​ປັບ​ໂຕຫຼຸດລົງ​ແຕ່​ຄ່າ​ຂົນ​ສົ່ງ​ໂດຍສານ​ຍັງ​ບໍ່ມີ​ການ​ເໜັງຕິງ​ໃຜ​ຮັບຜິດຊອບ ?



ນັບແຕ່ທ້າຍປີ 2014 ເປັນຕົ້ນມາ ລາຄານ້ຳມັນເຊື້ອໄຟຢູ່ປະເທດເຮົາໄດ້ຖືກປັບໂຕຫຼຸດລົງເປັນລຳດັບຕາມການຫຼຸດລົງຂອງລາຄານ້ຳມັນເຊື້ອໄຟຕະຫຼາດໂລກ​ ​ແລະ ມາຮອດທ້າຍ ເດືອນມັງກອນຜ່ານມານີ້ ລາຄານ້ຳມັນຢູ່ເທດເຮົາຄື: ນ້ຳມັນແອດຊັງຢູ່ນະຄອນຫຼວງວຽງຈັນ ຕົກເປັນລີດລະ 8.580 ກີບແລະ ກາຊວນ ລິດລະ 7.560 ກີບ, ​ະນະທີ່ລາຄາຄ່າຂົນສົ່ງທາງບົກລວມໄປເຖິງຄ່າຂົນສົ່ງໂດຍ ສານອື່ນໆ ຍັງບໍ່ມີການເໜັງຕິງ ວ່າຈະຫຼຸດລົງຄືແນວໃດແລະ ສິ່ງນີ້ແມ່ນໃຜຈະເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດບັນຫາດັ່ງກ່າວ.
          ຄືດັ່ງທີ່ພວກ​​ເຮົາຮັບຮູ້ນຳກັນແລ້ວວ່າ: ນ້ຳມັນເຊື້ອໄຟເປັນປັດໄຈສຳຄັນຕົ້ນຕໍໃຫ້ແກ່ການພັດທະນາເສດຖະກິດ​-ສັງ ຄົມຂອງເທດ ຖ້າລາຄານ້ຳມັນແພງກໍຈະສົ່ງຜົນກະທົບຕໍ່ສະພາບເສດຖະກິດ​​ເຊັນກັນ ແລະ ຖ້າລາຄານ້ຳມັນມີຄວາມ ໝັ້ນທ່ຽງການພັດທະນາປະເທດກໍຈະມີຄວາມສະງົບ. ​ແຕ່ໃນນີ້ສະເພາະຢູ່ປະເທດເຮົາໃນປັດຈຸບັນເຖິງວ່າລາຄານ້ຳມັນໄດ້ຫຼຸດລົງເປັນແຕ່ລະໄລຍະກໍຕາມແຕ່ບັນຫາອື່ນໆ ໂດຍສະເພາະຄ່າຂົນສົ່ງໂດຍສານ, ສະບຽງອາຫານ ແລະ ອື່ນໆ ກໍ​​ຍັງຄົງໂຕຢູ່ບ່ອນເກົ່າຄື: ຄ່າຂົນສົ່ງໂດຍສານທາງໄກ ລະຫວ່າງນະຄອນຫຼວງອອກໄປແຕ່ລະແຂວງລະພາກກໍຍັງເຫັນວ່າບໍ່ມີການປັບໂຕ
ແຕ່ປະການໃດ ຕົວ ຢ່າງຄື: ຄ່າໂດຍສານຈາກນະຄອນຫຼວງວຽງຈັນ-ຜ້ົງສາລີ 195.000 ກີບ, ນະຄອນຫຼວງ-ຫຼວງພະບາງ 110.000 ກີບ, ນະຄອນຫຼວງ-ສະຫວັນນະເຂດ 75.000 ກີບ, ນະຄອນຫຼວງ-ຈຳປາສັກ 110.000 ແລະ ນະຄອນຫຼວງ-​ໄຊຍະບູລີ 110.000 ກີບ ກໍຍັງແມ່ນອັດຕາເດີມທີ່ເຄີຍປະຕິບັດແຕ່ຕອນນ້ຳມັນມີລາຄາແພງແລະ ບໍ່ສະເພາະແຕ່ເທົ່ານັ້ນ ​​ລາຄາສິນຄ້າອື່ນໆຢູ່ຕາມທ້ອງຕະຫຼາດກໍຍັງຄົງໂຕຢູ່ຄືເກົ່າເປັນຕົ້ນ ຄ່າເຄື່ອງວັດສະດຸກໍ່ສ້າງປະເພດເຫຼັກ, ຊີມັງທີ່ເປັນສິນຄ້າທີ່ມີຄວາມຕ້ອງການຫຼາຍຂອງສັງຄົມກໍຍັງຄົງໄວ້ລາຄາເດີມເຊັ່ນດຽວກັບລາຄາສິນຄ້າເຄື່ອງອຸປະໂພກບໍລິໂພ, ​ເຂົ້າ,  ຊີ້ນປາອາຫານຕ່າງໆ ກໍຍັງບໍ່ທັນມີຫຍັງທີ່ຈະປ່ຽນແປງ. ເຊິ່ງກ່ອນໜ້ານີ້ ໄລຍະຕົ້ນປີ 2014 ລາຄານ້ຳມັນເຊື້ອໄຟມີການເໜັງຕິງແຮງບັນດາຊາວຄ້າຂາຍຢູ່ຕາມທ້ອງຕະຫຼາດຕ່າງກໍພາກັນສວາຍໂອກາດຂຶ້ນລາຄາສິນຄ້າຂອງຕົນຕາມລຳພັງໂດຍຖືເອົາຄານ້ຳມັນເປັນຂໍ້ອ້າງແຕ່ເຖິງຢ່າງໃດກໍຕາມສິ່ງທີ່ໜ້າເປັນຫ່ວງໃນປັດຈຸບັນແມ່ນປະເພດເຂົ້າລວມໄປເຖິງຄ່າສະບຽງ ອາຫານອາດຈະມີທ່າອ່ຽງສູງຂຶ້ນຫາກພາກສ່ວນກ່ຽວຂ້ອງບໍ່ມີມາດຕະການຄຸ້ມຄອງແຕ່ຫົວທີ, ເນື່ອງຈາກໄລຍະນີ້ ພວມຢູ່ໃນການກະກຽມໃສ່ບຸນປະເພນີຂອງປະເທດເພື່ອນບ້ານໃກ້ຄຽງແນ່ນອນລາຄາສິນຄ້າປະເພດດັ່ງກ່າວອາດມີການເໜັງຕີງ.

No comments:

Post a Comment