Ad

Ad

15 January 2015

ອິທິພົນອາກາດໜາວຈາກຈີນ ຈະສືບຕໍ່ມາປົກຄຸມທົ່ວລາວ



ກົມອຸຕຸນິຍົມ ແລະ ອຸທົກກະ ສາດໃຫ້ຮູ້ວ່າ: ໃນວັນທີ 15 ມັງ ກອນນີ້, ບໍລິເວນຄວາມກົດດັນສູງ ຂອງອາກາດໜາວ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳ ລັງແຮງ, ສົມທົບກັບກະແສລົມຕາ ເວັນອອກສຽງເໜືອພັດປົກຄຸມ ເປັນ ສ່ວນໃຫຍ່, ຈະເຮັດໃຫ້ອຸນຫະພູມ ອາກາດໜາວລົງຕື່ມອີກ, ໂດຍສະ ເພາະແຂວງພາກເໜືອ, ພາກກາງ ດ້ານຕາເວັນອອກ, ເຂດປາກຊ່ອງ ແລະ ນິຄົມ 34 ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກ ຫຸ້ມຢູ່ບາງທ້ອງຖິ່ນ.
+ ພາກເໜືອດ້ານຕາເວັນ ອອກ: ອາກາດຍັງໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນ ຕອນກາງຄືນຫາຕອນເຊົ້າ, ໂດຍ ສະເພາະຢູ່ເຂດພູສູງ ແລະ ຮ່ອມພູ ອຸນຫະພູມຕ່ຳສຸດ 2-4 ອົງສາ ແລະ ສູງສຸດ 14-16 ອົງສາ.
+ ພາກເໜືອດ້ານຕາເວັນຕົກ: ອາກາດຍັງເຢັນຫາໜາວເຢັນລົງ ຕື່ມອີກພ້ອມມີໝອກບາງປົກຫຸ້ມໃນ ຕອນກາງຄືນຫາຕອນ ເຊົ້າ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 7-9 ອົງສາ ແລະ ສູງສຸດ 21-23 ອົງສາ.
+ ສຳລັບເມືອງວຽງຄຳ ແລະ ເມືອງສິງ: ອາກາດຍັງໜາວ ເຢັນຫລາຍ. ອຸນຫະພູມຕ່ຳສຸດ 4-6 ອົງສາ ແລະ ສູງສຸດ 17-19 ອົງສາ.

+ ນະຄອນຫລວງວຽງຈັນ: ອາກາດໜາວເຢັນພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 25-27 ອົງສາ.
+ ພາກກາງ: ມີເມກປົກຄຸມ ເປັນບາງສ່ວນອາກາດຍັງໜາວ ເຢັນຢູ່ຕື່ມອີກພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳ ສຸດ 10 ອົງສາ ແລະ ສູງສຸດ 24-26 ອົງສາ.
+ ແຂວງໄຊສົມບູນ, ເມືອງ ວຽງທອງ: ມີເມກປົກຄຸມເປັນ ບາງສ່ວນ, ອາກາດຍັງໜາວເຢັນ ຫລາຍພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ, ອຸນຫະພູມ ຕ່ຳສຸດ 1-3 ອົງສາ ແລະ ສູງສຸດ 18-20 ອົງສາ.
+ ພາກໃຕ້: ອາກາດເຢັນຫາ ໜາວເຢັນໃນຕອນກາງຄືນຫາ ຕອນເຊົ້າພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 12- 14 ອົງສາ ແລະ ສູງສຸດ 28-30 ອົງສາ.
+ ສຳລັບເຂດປາກຊ່ອງ, ນິ ຄົມ 34: ອາກາດຈະໜາວເຢັນ ຫລາຍພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 2-4 ອົງສາ ແລະ ສູງສຸດ 21-23 ອົງ ສາ.
ແຈ້ງເຕືອນ: ເນື່ອງຈາກວ່າ ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງມີກຳລັງແຮງສືບຕໍ່ແຜ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງລາວ, ຈຶ່ງເຮັດໃຫ້ອາກາດໜາວເຢັນຫຼາຍຢູ່ບັນດາແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ ແລະ ອຸດົມໄຊ ພ້ອມດ້ວຍເຂດພູສູງ, ແຂວງໄຊສົມບູນ, ພູພຽງບໍລະເວນ ປາກຊ່ອງ, ນິຄົມ 34 ພ້ອມມີໝອກ ໜາປົກຫຸ້ມຫລາຍຂຶ້ນ. ດັ່ງນັ້ນ ຈຶ່ງ ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນໃຫ້ມີສະຕິໃນການສັນຈອນ ແລະ ຮັກ ສາສຸຂະພາບນຸ່ງຮົ່ມໃຫ້ຮ່າງກາຍ ອົບອຸ່ນຢູ່ສະເໝີ.

No comments:

Post a Comment