Ad

Ad

15 January 2015

ມີແມ່ຍິງຈຳນວນບໍ່ໜ້ອຍຕົກເປັນເຫຍື່ອຄວາມຮຸນແຮງ



ຜົນການສຳຫຼວດຂໍ້ມູນຂອງສູນຂ່າວສານບົດບາດຍິງ-ຊາຍ ເພື່ອການພັດ ທະນາ (ສຂບພ)  ສູນການສະ ຫະພັນແມ່ຍິງລາວ ໃນປີ 2013, ຈຳນວນ 1 ພັນ ກວ່າ ຄົນໃນ 54 ບ້ານ, 18 ເມືອງຂອງ 6 ແຂວງໃນທົ່ວປະເທດຊີ້ໃຫ້ເຫັນ ວ່າ: ການໃຊ້ຄວາມຮຸນແຮງຍັງ ເກີດຂື້ນຫຼາຍແລະສ່ວນໃຫຍ່ເກີດ ຂຶ້ນກັບແມ່ຍິງ, ຂະ ນະທີ່ຄະນະກຳ ມະການເພື່ອຄວາມກ້າວໜ້າຂອງ ແມ່ຍິງແຫ່ງຊາດເຜີຍວ່າ: ການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງສ່ວນໃຫຍ່ຖືເປັນເລື່ອງທຳມະດາໃນຄອບຄົວ ແລະ ຄວາມ ແຕກໂຕນກັນດ້ານບົດບາດຍິງ-ຊາຍແລະເກີດຈາກຫຼາຍສາເຫດເຊັ່ນ: ການມຶນເມົາເຫຼົ້າ ຂອງຜົວ, ສະພາບເສດຖະກິດໃນ ຄອບຄົວ, ບັນຫາຊູ້ສາວ, ຄວາມ ຫຶງຫວງ, ບໍ່ມີວຽກເຮັດງານທຳ, ການພະນັນ ແລະ ອື່ນໆ, ຜົນກະທົບ ທີ່ເກີດຂຶ້ນມີຫຼາຍ ລະດັບ, ນັບແຕ່ມີ ຮອຍເຫຼີ້ນຕາມຮ່າງກາຍຈົນເຖິງ ການເຂົ້າໂຮງໝໍ, ຊຶ່ງໄດ້ສົ່ງຜົນກະ ທົບຕໍ່ຈິດໃຈຂອງແມ່ຍິງເປັນຢ່າງ ຍິ່ງ
ແລະ ມີແມ່ຍິງພຽງເຄິ່ງໜຶ່ງເທົ່າ ນັ້ນທີ່ລາຍງານໃຫ້ອຳນາດການ ປົກຄອງບ້ານ, ຕຳຫຼວດ ແລະ ສານ ຊາບ, ເຖິງຢ່າງໃດກໍຕາມ ຄວາມຮຸນແຮງຕໍ່ແມ່ຍິງໃນທຸກດ້ານລ້ວນແຕ່ສະແດງເຖິງຄວາມບໍ່ເທົ່າທຽມກັບຂອງຄວາມສຳພັນດ້ານອຳ ນາດລະຫວ່າງຍິງ ຊາຍທີ່ປະກົດໃນປະຫວັດສາດ,ຊຶ່ງນຳໄປສູ່ຜູ້ຊາຍມີອຳນາດເໜືອກວ່າຜູ້ຍິງ,ຈຳແນກຕໍ່ແມ່ຍິງແລະຂັດຂວາງບໍ່ໃຫ້ແມ່ຍິງ ກ້າວໜ້າຢ່າງເຕັມສ່ວນ, ຄະນະ ກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດໃຫ້ຮູ້ວ່າ: ຕະ ຫຼອດໄລຍະຜ່ານມາພັກ ແລະ ລັດ ຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ເພື່ອຫຼຸດຜ່ອນຄວາມຮຸນ ແຮງຕໍ່ແມ່ນຍິງໃຫ້ນັບມື້ຫຼຸດໜ້ອຍ ຖອຍ ລົງເປັນຕົ້ນ: ການສ້າງນິຕິ ກຳ, ດຳລັດ, ລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆທີ່ຊ່ວຍ ສົ່ງເສີມບົດບາດຍິງຊາຍ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ແມ່ຍິງ, ພ້ອມກັນນັ້ນກໍຍັງໄດ້ຮ່ວມມືກັບອົງການຈັດຕັ້ງຕ່າງໆລວມເຖິງອົາ ການຈັດຕັ້ງສາກົນສ້າງ ແຜນດຳເນີນງານແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ລຶບລ້າງຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນ ລາວແຕ່ປີ 2014-2020 ເພື່ອໃຫ້ ຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ໄດ້ຮັບ ຜົນດີ.

No comments:

Post a Comment