Ad

Ad

15 January 2015

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຜ່ານຮ່າງພັດທະນາວຽກງານໄລຍະຍາວ



ກົມແຜນການ ແລະ ການ ເງິນ, ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ຜ່ານຮ່າງວິໄສທັດ 2030, ຍຸດທະສາດ 2025 ແລະ ແຜນພັດທະນາວຽກ ງານ ຖວທ (2016-2020) ເພື່ອ ເປັນບ່ອນອີງ ໃນການພັດທະນາວ ຽກງານໃຫ້ແທດເໝາະ ແລະ ສອດ ຄ່ອງກັບສະພາບການພັດທະນາ ຂອງປະເທດໃນແຕ່ລະໄລຍະ, ສິ່ງ ສຳຄັນແມ່ນເຮັດໃຫ້ພະນັກງານຂັ້ນຕ່າງໆມີຄວາມເຂົ້າໃຈເລິກເຊິ່ງ ກວ່າເກົ່າໃນການເປັນເສນາທິການໃຫ້ຂັ້ນເທິງເພື່ອ ກຳນົດ ນະໂຍບາຍການພັດທະນາວຽກງານ ຖວທ ໃນຕໍ່ໜ້າເຊິ່ງໂຄງການດັ່ງກ່າວເປັນບູລິມະສິດຂອງກະຊວງ ແລະ ເປັນ ວຽກຈຸດ ສຸມຂອງລັດຖະບານໄດ້ ສ້າງຮ່າງເອກະສານທີ່ເປັນທິດນຳ ໃຫ້ການພັດທະນາວຽກງານແໜງການ ຖວທ ໃນການກຳນົດວິໄສ ທັດ, ຍຸດທະສາດງ ແລະ ແຜນພັດທະນາດັ່ງ ກ່າວເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ ປາກົດຜົນເປັນຈິງ.
ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 14 ມັງກອນນີ້, ພາຍໃຕ້ການ ເປັນປະທານຂອງທ່ານ ບົວເງິນ ຊາພູວົງ ລັດຖະ ມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນທຳ ແລະ ທ່ອງທ່ຽວ.

No comments:

Post a Comment