Ad

Ad

15 January 2015

ລັດຖະບານເຢຍລະມັນມອບປື້ມ 6 ພັນຫົວສົ່ງເສີມການສຶກສາລາວ



ໃນວັນທີ 14 ມັງກອນນີ້ ອົງການຮ່ວມມືນາໆຊາດເພື່ອການສຶກ ສາຜູ້ໃຫຍ່ ເຢຍລະມັນ (DVV in ternational) ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ຈັດພິທີ ມອບ-ຮັບປື້ມຈຳນວນ 6 ພັນຫົວ ແລະ ປະຕິ ທິນຈໍານວນ 4 ພັນຊຸດ ລວມມູນຄ່າ 150 ລ້ານກີບ ໃຫ້ແກ່ ກົມສຶກສານອກໂຮງຮຽນກະຊວງສຶກສາທິການ ແລະ ກິລາ, ເຊິ່ງ ຕາງໜ້າຮັບແມ່ນທ່ານ ອຸ່ນເພັງ ຄຳມັງ ຄະນະກົມການສຶກສາ ນອກ ໂຮງຮຽນ  ແລະ ມອບໂດຍ ທ່ານ ໄມເຄີລ ກຣາວ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສະຫະພັນເຢຍ ລະມັນ ປະຈຳລາວ. ໂດຍມີ ທ່ານ ລີຕູ ບົວປາວ ລັດ ຖະມົນຕີຊ່ວຍວ່າ ການກະຊວງສຶກສາທິການ ແລະ ກິລາ, ມີບັນດາພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບປື້ມທີ່ນຳມາມອບໃນ ຄັ້ງນີ້ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານໂຄສະນາເຜີຍ ແຜ່ແນວທາງນະໂຍບ າຍຂອງພັກ ແລະ ລັດຖະບານ ກໍຄືເພີ່ມຄວາມ ຮູ້ໃຫ້ແກ່ຜູ້ບໍລິຫານ, ຄູອາຈານລະດັບຊາດ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ທົ່ວສັງຄົມໄດ້ຮັບຮູ້ກ່ຽວກັບວຽກງານການສຶກສາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ທັງເປັນການປະກອບສ່ວນເຂົ້າ ໃນວຽກງານການສຶກສານອກໂຮງ ຮຽນໃນຕົວເມືອງ ແລະ ເຂດຊົນ ນະບົດຫ່າງໄກສອກ ຫລີກທີ່ຕ້ອງການມີໂຮງຮຽນທີ່ດີ ແລະ ມີຄຸນ ນະພາບເພື່ອສົ່ງເສີມການຮູ້ໜັງສື, ມີທັດສະການເຮັດວຽກ ແລະ ດຳ ລົງຊີວິດຂອງເດັກນ້ອຍ, ໄວໜຸ່ມ ແລະ ຜູ້ໃຫຍ່. ທັງນີ້ ກໍເພື່ອສະໜອງປື້ມໃຫ້ພະນັກງານຄູ, ອາຈານໃນເຂດຊົນນະ ບົດໄດ້ສຶກສາຄົ້ນຄວ້າ, ເປັນຂໍ້ມູນທີ່ວ່ອງໄວທັນ ການໃນການຍົກລະດັບໃຫ້ເດັກນ້ອຍ, ໄວໜຸ່ມ ແລະ ຜູ້ໃຫຍ່ມີຄວາມຮູ້, ຄວາມສາມາດນຳອີກ.

No comments:

Post a Comment