Ad

Ad

15 January 2015

ເສັ້ນທາງເຂົ້າກອງຄຸ້ມຄອງພາຫະນະເປ່ເພໜັກໜ່ວງ



ປັດຈຸບັນມີຫລາຍເສັ້ນທາງໃນຕົວເມືອງພວມໄດ້ຮັບການກໍ່ສ້າງ ແລະ ປັບ ປຸງສ້ອມແປງໃຫ້ດີ ເພື່ອຮັບປະ ກັນການສັນຈອນໄປມາມີຄວາມສະດວກໂລ່ງລຽນ, ແຕ່ກໍມີອີກຫລາຍເສັ້ນທາງໃນຕົວ ເມືອງແມ່ນຕົກຢູ່ໃນສະພາບເປ່ເພມາດົນສ້າງ ຄວາມລຳບາກຕໍ່ການສັນຈອນ. ໂດຍສະເພາະແມ່ນເສັ້ນ ທາງແຕ່ສາມແຍກ ສູນປິ່ນ ປົວຕາຫາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງ ຈັນ, ຢູ່ບ້ານ ທົ່ງປົ່ງ, ນັບວ່າມີສະ ພາບເປ່ພາຢ່າງໜັກໜ່ວງ, ບາງ ຈຸດເປັນບວກ, ເປັນຂຸມເລິກ ກວ້າງ ແລະ ມີນ້ຳອັ່ງຂັງສ້າງຄວາມຫຍຸ້ງ ຍາກລຳບາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນສັນຈອນໄປມາຫລາຍສົມຄວນ, ເຊິ່ງເສັ້ນທາງດັ່ງ ກ່າວແມ່ນມີລົດໃຫຍ່, ນ້ອຍແລ່ນຜ່ານໄປມາໃນ ແຕ່ວັນບວກກັບເສັ້ນທາງບໍ່ມີມາດ ຕະຖານໃນການກໍ່ສ້າງແຕ່ເບືອງຕົ້ນ, ເນື່ອງຈາກບໍ່ມີຮ່ອງລະບາຍ ນ້ຳ, ເມື່ອເວລາມີຝົນຕົກກໍເປັນ ບວກເປັນຕົມເປີະເປື້ອນ, ຍາມ ແລ້ງກໍເປັນຂຸມເລິກຂີ້ຝຸ່ນປິວໄຫງ່ ອັນໄດ້ສ້າງຄວາມລຳບາກຕໍ່ຜູ້ອາ ໄສແຄມທາງ ແລະ ຜູ້ສັນຈອນໄປ ມາບໍ່ໜ້ອຍ, ດັ່ງນັ້ນຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງເຂົ້າ ມາແກ້ໄຂໂດຍໄວເພື່ອຮັບປະກັນໃຫ້ການສັນຈອນບົນເສັ້ນທາງດັ່ງກ່າວດີຂຶ້ນ ແລະ ຮັບປະກັນຄວາມປອດໄພດີກວ່າເກົ່າ.

No comments:

Post a Comment