Ad

Ad

15 January 2015

ທນບ ປະຕິເສດບໍ່ເຄີຍປ່ອຍກູ້ໃຫ້ຄົນຮັ່ງເພື່ອເອົາຄ່ານາຍໜ້າ



ພາຍຫລັງມີກະແສສັງຄົມ ສ່ອງແສງໄປຫາສະພາແຫ່ງຊາດ ວ່າ: ການປ່ອຍ ກູ້ຂອງທະນາຄານ ນະໂຍບາຍບໍ່ມີປະສິດທິຜົນ ແລະ ຕົວແບບຊັດເຈນ, ແຕ່ມີລູກ ໜີ້ລາຍ ໃຫຍ່ເກີດຂຶ້ນຈຳນວນຫລາຍ, ສິ່ງ ສຳຄັນມີສະພາບການເອົາເງິນໃຫ້ຄົນຮັ່ງ ມີກູ້ຢືມຫລາຍສີບຕື້ເພື່ອເອົາຄ່ານາຍໜ້າ. ຕໍ່ຫາງສຽງດັ່ງກ່າວ ທ່ານ ບົວເງິນ ພົງສະ ຫວັດ ອຳນວຍການທະນາຄານນະໂຍບາຍ ໄດ້ອອກມາຊີ້ແຈງຕໍ່ສື່ໃນວັນທີ 13 ມັງກອນຜ່ານມານີ້ຢູ່ຫໍສະພາແຫ່ງຊາດວ່າ: ມາຮອດປັດຈຸບັນ, ທະນາ ຄານມີ ຍອດເຫລືອສິນເຊື່ອ 2.322,51 ຕື້ກີບ, ໃນນີ້ 70% ເປັນລູກຄ້າລາຍກຸ່ມກວມເອົາຂະ ແໜງປູກຝັງ-ລ້ຽງສັດ ຈຳນວນ 1.847,92 ຕື້ກີບ ເທົ່າກັບ 79,57%, ສີນເຊື່ອຫັດຖະກຳ 24,12 ຕື້ກີບ ເທົ່າກັບ1,04%, ສິນເຊື່ອໂຄງການ ປຸງແຕ່ງ ຜະລິດຕະພັນກະສິກຳ 89,21 ຕື້ກີບເທົ່າກັບ 3,84% ແລະ ສີນເຊື່ອບໍລິການເກັບຊື້ຜົນຜະ ລິດ 361,26 ຕື້ກີບເທົ່າກັບ
15,55%, ສີນເຊື່ອດັ່ງກ່າວນອນ ໃນເປົ້າໝາຍຈຳນວນ 1.844,78 ຕື້ກີບກວມເອົາ 80% ຂອງສີນເຊື່ອ ທັງໝົດ ແລະ ກະຈາຍຢູ່ 68 ເມືອງ ເປົ້າໝາຍ, 64 ຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ເຊິ່ງເຫັນວ່າປະສິດ ທິຜົນຂອງສິນເຊື່ອ ດັ່ງກ່າວນັ້ນສາ ມາດເຮັດໃຫ້ຊົນນະບົດຫ່າງໄກ ສອກຫລີກນັບມື້ມີການພັດທະນາດີຂື້ນ,ປະຊາຊົນຈຳນວນຫລາຍໄດ້ ນຳໃຊ້ເງິນກູ້ເພື່ອພັດທະນາຄອບ ຄົວໃຫ້ມີລາຍຮັບ, ມີຊີວິດການເປັນ ຢູ່ດີຂຶ້ນກວ່າເກົ່າ, ຫລາຍເມືອງ, ບ້ານ ແລະ ຄອບຄົວໄດ້ຫລຸດພົ້ນ ອອກຈາກຄວາມທຸກຍາກ. ສ່ວນ ບັນຫາທີ່ວ່າທະນາຄານເອົາເງິນ ຫລາຍສີບຕື້ປ່ອຍໃຫ້ຄົນ ຮັ່ງມີກູ້ຢືມຍ້ອນມີຄ່ານາຍໜ້າຫລາຍນັ້ນ, ໃນ ດ້ານຫລັກການແລ້ແມ່ນບໍ່ມີ, ທະ ນາຄານພຽງແຕ່ເກັບຄ່າທຳນຽມ ປື້ມຕິດຕາມເງິນກູ້ລູກຄ້າ ແລະ ການປ່ອຍກູ້ນອກເປົ້າໝາຍນັ້ນໄລຍະຜ່ານມາທະນາຄານໄດ້ຮັບທິດຊີ້ນຳ ໃຫ້ຈັດຕັ້ງປະຕິບັດແຫລ່ງທຶນ ຈຳນວນໜຶ່ງເລີ່ມແຕ່ທ້າຍປີ 2007 ເປັນຕົ້ນແມ່ນບ້ວງທຶນລ້ຽງສັດທົດແທນ ສັດປີກທີ່ຖືກທຳລາຍຈາກພະຍາດໄຂ້ຫວັດສັດປີກ, ບ້ວງທຶນສະ ເພາະກະຕຸ້ນເສດຖະກິດໃນປີ 2009 ແລະ ທຶນເກັບຊື້ເຂົ້າຄັງແຮ ຂອງລັດຖະບານ, ແຕ່ພາຍຫລັງ ໄດ້ຮັບແຈ້ງຈາກທະນາຄານແຫ່ງ ສປປ ລາວ ໃນທ້າຍປີ 2012 ເປັນ ຕົ້ນມາ, ທະນາຄານໄດ້ຢຸດຕິການ ຂະຫຍາຍສີນເຊື່ອໂຄງການນອກ ເມືອງເປົ້າໝາຍ ແລະ ໄດ້ຈັດຕັ້ງເ ກັບກູ້ຄືນເຮັດໃຫ້ອັດຕາສ່ວນເງິນ ກູ້ນອກເມືອງເປົ້າໝາຍນັບມື້ຫລຸດລົງ.

No comments:

Post a Comment