Ad

Ad

15 January 2015

ຈ້າງເຂົ້າເຮັດວຽກຢູ່ທະນາຄານລັດເປັນພຽງຂ່າວລື



           ທ່ານນາງ ບຸນຕາ ດາຣາວີ ຫົວໜ້າກົມຈັດຕັ້ງທະນາຄານແຫ່ງ ສ ປປ ລາວ, ໄດ້ອອກມາຢືນຢັນ ວ່າ: ການຈ້າງເຂົ້າເຮັດວຽກຢູ່ບັນ ດາທະນາຄານຂອງລັດເປັນພຽງ ຂ່າວລືເທົ່ານັ້ນ, ພ້ອມອ້າງເຫດຜົນການຮັບພະນັກງານເຂົ້າເຮັດວຽກແມ່ນອິງຕາມລະ ບຽບຫລັກການ ແລະ ມາດຖານຄວາມຮູ້ຄວາມສາມາດຕົວຈິງ, ເຊິ່ງການອອກມາຊີ້ ແຈງຕໍ່ບັນຫາດັ່ງກ່າວມີຂຶ້ນພາຍຫລັງເກີດມີຫາງສຽງສັງຄົມຈົ່ມ ຫລາຍວ່າປັດຈຸບັນຖ້າ ຢາກເຮັດວຽກຢູ່ທະນາຄານຂອງລັດຕ້ອງ ໄດ້ຊື້ຈ້າງເປັນຈຳນວນຫລາຍລ້ານກີບ.
ທ່ານຫົວໜ້າກົມດັ່ງກ່າວຊີ້ ແຈງວ່າ: ປັດຈຸບັນຢູ່ລາວມີທະນາຄານທັງໝົດ 35 ແຫ່ງ, ໃນນັ້ນທະ ນາຄານທຸລະກິດທີ່ເປັນກຳມະສິດ ຂອງລັດປະກອບມີທະນາຄານ ການຄ້າຕ່າງປະເທດລາວມະຫາ ຊົນ, ພັດທະນາລາວ, ສົ່ງເສີມກະ ມິກຳ ແລະ ນະໂຍບາຍ, ເຊິ່ງການ ເຄື່ອນໄຫວໂດຍລວມ ແມ່ນພາຍໃຕ້ການຊື້ນຳຂອງທະນາຄານແຫ່ງ ສ ປປ ລາວ, ສ່ວນບັນຫາການຮັບພະນັກງານນີ້ແຕ່ລະທະນາຄານກໍມີລະ ບຽບຫລັກການຂອງໃຜລາວ ບົນພື້ນຖານແນວທາງນະໂຍບາຍກໍຄືລະບຽບການທີ່ພັກ-ລັດວາງ ອອກ ແລະ ຜ່ານການປະຕິບັດ
ຕົວຈິງຜ່ານມາກໍເຫັນວ່າແຕ່ລະທະນາຄານໄດ້ມີຄວາມພະຍາຍາມໃນ ການສັນຫາຄັດເລືອກເພື່ອໃຫ້ໄດ້ ບຸກຂະລະກອນທີ່ມີ ຄວາມຮູ້- ຄວາມສາມາດຕອບສະໜອງຕາມຄວາມຕ້ອງການຂອງວຽກງານ, ຊຶ່ງໄດ້ເຮັດໃຫ້ຖັນແຖວພະນັກງານຢູ່ຂະແໜງ ການທະນາຄານມີການ ເຕີບໃຫຍ່ຂະຫຍາຍຕົວທາງດ້ານ ປະລິມານ ແລະ ຄຸນນະພາບ, ແຕ່ລະທະນາຄານມີພະນັກງານທີ່ ພຽງພໍໂດຍພື້ນຖານໃນການປະຕິບັດໜ້າທີ່ວຽກງານ, ອັນໄດ້ເຮັດໃຫ້ຂະ ແໜງທະນາຄານເຕີບໃຫຍ່ຂະ ຫຍາຍຕົວ ແລະ ເປັນທີ່ຕ້ອງການ ປະກອບອາຊີບຂອງບັນດາລູກ ຫລານກໍຄືນັກຮຽນ-ນັກສືກສາ ທີ່ຈົບການສືກສາໃນຂະແໜງການດ້ານນີ້. ແນວໃດກໍຕາມ, ການຄົ້ນ ຄວ້າຮັບພະນັກງານນັ້ນແມ່ນມີລະ ບຽບການຂອງຂັ້ນເທິງໂດຍສະ ເພາະແມ່ນລະບຽບຄຸ້ມຄອງລັດ ຖະກອນ ແລະ ນິຕິກຳກ່ຽວຂ້ອງເປັນ ບ່ອນອິງ ແລະ ຄວາມຮຽກຮ້ອງ ຕ້ອງການຂອງໜ້າວຽກ ແລະ ຕຳ ແໜ່ງງານຕົວຈິງ ຂອງແຕ່ລະທະນາຄານ, ຄຽງຄູ່ກັບດ້ານຕັ້ງໜ້າ ດັ່ງກ່າວນັ້ນ, ກໍຍັງມີຫາງສຽງ ຫລື ພົບເຫັນປະກົດການຫຍໍ້ທໍ້ຕໍ່ຂະບວນການ ຮັບພະນັກງານຂອງຂະແໜງການທະນາຄານຂອງລັດ, ເຊິ່ງ ເປັນທີ່ຕ້ອງ ການຂອງພໍ່ແມ່-ຜູ້ປົກ ຄອງທີ່ຈະໃຫ້ລູກຫລານຂອງ ຕົນ ໄດ້ເຂົ້າເຮັດວຽກ, ມີພໍ່ແມ່ຜູ້ປົກຄອງຈຳນວນໜຶ່ງໄດ້ດີ້ນ ຮົນຊອກ ທຸກວິທີທາງເພື່ອໃຫ້ບັນລຸຄວາມ ຕ້ອງການ, ພ້ອມດຽວກັນນີ້, ກໍມີບຸກຄົນ ຫລື ກຸ່ມຄົນຈຳນວນໜຶ່ງສວຍໂອກາດຕົວະຍົວະຫລອກ ລວງເອົາເງິນຄຳຂອງຜູ້ທີ່ມີ ຄວາມຕ້ອງການຈະແລ່ນເຂົ້າເຮັດວຽກ ແລະ ກໍມີຜູ້ຫລົງເຊື່ອທີ່ເສຍເງິນຄຳ ໂດຍທີ່ບໍ່ໄດ້ຄຳນຶງເຖິງລະບຽບ ຫລື ມາດຖານ, ເງື່ອນໄຂລູກຫລານ ຂອງຕົນ, ຜ່ານມາການຈັດ ຕັ້ງໃນຂະແໜງການທະນາຄານກໍຮັບ ຊາບບາງກໍລະນີ ແລະ ໄດ້ອະທິ ບາຍໃຫ້ເຂົາເຈົ້າເຂົ້າໃຈເຖິງແບບ ແຜນວິທີການເຮັດວຽກ ແລະ ລະ ບຽບການກ່ຽວຂ້ອງຂອງລັດ, ລວມທັງຕັກເຕືອນໃຫ້ ມີສະຕິຕໍ່ການເຄື່ອນໄຫວຂອງບຸກຄົນດັ່ງກ່າວ. ອີກກໍລະນີໜຶ່ງແມ່ນການສວຍໃຊ້ນະໂຍບາຍຂອງພັກ-ລັດທີ່ມີ ຕໍ່ພະນັກງານອາວຸໂສ, ຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດດ້ວຍການ ແອບອ້າງເຖິງຜົນງານເພື່ອສະເໜີຂໍນະໂຍບາຍທັງ ທີ່ບຸກຄົນທີ່ມາສະເໜີນັ້ນບໍ່ມີສາຍພົວ ພັນແນວໃດຊຶ່ງໄດ້ ກວດເຫັນ ແລະ ຕັກເຕືອນອະທິ ບາຍໃຫ້ເຂົ້າໃຈເຖິງລະບຽບຫລັກ ການລວມ, ແນວໃດກໍຕາມ, ສຳ ລັບຫາງສຽງສັງຄົມທີ່ວ່າຕ້ອງ ຈ່າຍເງິນເພື່ອຊື້ຈ້າງຈຶ່ງໄດ້ເຮັດ ວຽກນັ້ນ, ຂໍຢືນຢັນວ່າໃນນະໂຍ ບາຍລວມກໍຄືລະ ບຽບການຂອງ ແຕ່ລະທະນາຄານແມ່ນບໍ່ມີ, ພວກ ເຮົາຮັບປະກັນວ່າມີລະບຽບ ແລະ ຂັ້ນຕອນທີ່ຮັດກຸມໃນການຄົ້ນຄວ້າຮັບພະນັກງານຢູ່ພາຍໃນຂະແໜງການທະນາຄານຂອງພວກເຮົາ ແລະ ພ້ອມນີ້, ກໍຕ້ອງເອົາໃຈໃສ່ຊຸກຍູ້ລູກຫລານຕັ້ງໃຈຮ່ຳຮຽນໃຫ້ມີຄວາມຮູ້ຄວາມສາມາດຕົວຈິງເພື່ອ ສ້າງເງື່ອນໄຂໃນການກະກຽມ ສອບເສັງໃນແຕ່ລະບ່ອນໃຫ້ດີ ແລະ ຂໍໃຫ້ພໍ່ແມ່ ຫລື ຜູ້ປົກຄອງຢ່າຫລົງເຊື່ອຄຳຕົວະຍົວະຂອງຄົນບໍ່ດີຕ່າງໆ.

No comments:

Post a Comment