Ad

Ad

16 January 2015

ລົດບັນທຸກແກ່ດິນ ຕຳລົດຈັກເສຍຊີວິດຄາທີ່ 1 ຄົນ ຢູ່ເສັ້ນທາງ ຫລັກ 21



            ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 12:55 ໂມງຂອງວັນທີ 14 ມັງກອນ ຜ່ານມາ, ຢູ່ເສັ້ນທາງຫລັກ 21, ບ້ານໂຊກໄຫຍ່, ເມືອງໄຊທານີ ໄດ້ເກີດເຫດລົດບັນທຸກບໍ່ມີປ້າຍທະບຽນ, ຂັບຂີ່ໂດຍ ທ້າວ ໂຈ້, ອາຍຸ 41ປີ, ຢູ່ບ້ານນາຝາຍ, ເມືອງປາກງື່ມ ຕຳລົດຈັກເວບ ບໍ່ມີປ້າຍທະບຽນ, ຂັບຂີ່ໂດຍທ້າວ ເຫລີລີ, ອາຍຸ 18ປີ, ພັກເ ຊົາຢູ່ໂຮງງານເຫລັກຄຳຮຸ່ງ ໄຊ ຈະເລີນ, ບ້ານໂຊກໃຫຍ່, ເມືອງໄຊທານີ ເສຍຊີວິດຄາທີ່. ເຈົ້າ ໜ້າທີ່ ໃຫ້ຮູ້ວ່າ: ລົດໃຫຍ່ຄັນດັ່ງກ່າວແມ່ນ ແລ່ນມາແຕ່ 4 ແຍກນາຄວາຍ ເພື່ອຈະມຸ້ງໜ້າໄປ ໄຟແດງຫລັກ 21 ເມື່ອມາຮອດຈຸດເກີດເຫດໄດ້ໄປຕຳເອົາລົດຈັກທີ່ແລ່ນມາແຕ່ໄຟແດງ ຫລັກ 21 ແລະ ກຳລັງຈະລ້ຽວເຂົ້າໂຮງງານ ເຮັດໃຫ້ລົດຈັກຄັນ ດັ່ງກ່າວ ພ້ອມດ້ວຍຄົນ ຂັບຖືກລາກແກ່ໄປຕາມຫົນທາງປະມານ 15 ແມັດ ຈຶ່ງເຮັດໃຫ້ລົດຈັກເກີດ ໄຟ​ໄໝ້ ແລະ ຜູ້ຂັບຂີ່ເສຍຊີວິດຄາທີ່. ສ່ວນຜູ້ຂັບຂີ່ລົດບັນທຸກແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມລະ ບຽບກົດໝາຍ.

No comments:

Post a Comment