Ad

Ad

16 January 2015

ອຸຕຸແຈ້ງອາກາດຈະອຸ່ນຂຶ້ນເລັກຫນ້ອຍ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດນັບແຕ່ວັນທີ 16-20 ມັງກອນນີ້, ບໍລິເວນຄວາມກົດ ດັນອາກາດສູງຈະອ່ອນກຳລັງລົງເລັກຫນ້ອຍ, ຈະເຮັດໃຫ້ອຸນຫະພູມອຸ່ນຂຶ້ນເລັກຫນ້ອຍ ແລະ ຈະມີຝົນຕົກກະຈາຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດ.
     ໃນໄລຍະໜຶ່ງອາທິດຕໍ່ໜ້າສະພາບອຸນຫະພູມອາກາດຍັງຈະສືບຕໍ່ເຢັນຢູ່ແຂວງພາກເໜືອ ຫາ ພາກກາງດ້ານຕາເວັນ ອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນປາກຊ່ອງ, ນິຄົມ 34, ທ່າແຕງ ແລະ ເມືອງດາກຈຶງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມໃນຕອນເຊົ້າ. ສຳລັບສະພາບຝົນ ໃນໄລຍະວັນທີ 16-20 ມັງກອນນີ້, ຈະມີຝົນຕົກກະຈາຍຟ້າຄະນອງໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນ ແຕ່ລະພາກຂອງລາວ.

No comments:

Post a Comment