Ad

Ad

16 January 2015

ທຳລາຍຕູ້ເກມແລະປ້າຍໂຄສະນາບໍ່ຖືກລະບຽບຈຳນວນຫລາຍ



ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ຂົງເຂດວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ນຳຕູ້ເກມ ເຖື່ອນ 11 ໜ່ວຍ ແລະ ປ້າຍໂຄສະນາບໍ່ຖືກລະບຽບ ປະມານ 500 ກວ່າແຜ່ນໄປຈູດທຳລາຍຖິ້ມ, ຢູ່ຫ້ອງການຖະແຫລ່ງຂ່າວ, ວັດທະ ນະທຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງຕູ້ເກມ ແລະ ປ້າຍດັ່ງກ່າວແມ່ນ ຍືດໄດ້ຈາກຜູ້ປະກອບການທຸລະກິດຊາວຕ່າງປະ ເທດທີ່ດຳເນີນບໍ່ຖືກຕ້ອງຕາມລະ ບຽບກົດໝາຍຂອງລາວ, ໂດຍສະ ເພາະແມ່ນການນຳເຂົ້າຕູ້ເກມ ແລະ ເປີດໃຫ້ບໍລິ ການໂດຍບໍ່ໄດ້ຮັບອະນຸຍາດ, ນອກຈາກນີ້, ການຕິດປ້າຍ ໂຄສະນາກໍມີລັກສະນະ ບໍ່ຖືກຕ້ອງ ຕາມຫລັກພາສາ, ໄວຍະກອນ ແລະ ລະບຽບການ, ບາງປ້າຍ ແມ່ນຕິດ ຕາມເສົາໄຟຟ້າ ແລະ ຕົ້ນ ໄມ້ຕາມແຄມທາງ, ອັນໄດ້ສ້າງ ຄວາມສັບສົນ ແລະ ບໍ່ເປັນລະບຽບ ຈົບງາມ ແລະ ກາຍເປັນປາກົດ ການຫຍໍ້ທໍ້ຈຶ່ງໄດ້ຍຶດ ແລະ ຮື້ຖອນ ມາທຳລາຍຖິ້ມໃນວັນທີ 14 ມັງກອນນີ້.
           ຄະນະກຳມະການດັ່ງກ່າວໃຫ້ຮູ້ ວ່າ: ໃນຊຸມປີຜ່ານມາ, ໄດ້ເອົາໃຈ ໃສ່ກວດກາ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດ ທີ່ເປັນອາດຊະຍາກຳ ທາງເສດຖະກິດເປັນຕົ້ນ: ການຄ້າຂາຍເຖື່ອນປະເພດເກືອດຫ້າມ, ສີນຄ້າລະເມີດຊັບສີນທາງປັນຍາ ແລະ ສີນຄ້າຜິດກົດໝາຍອື່ນໆມາແລ້ວຫລາຍຄັ້ງ.

No comments:

Post a Comment