Ad

Ad

16 January 2015

ສັງຄົມມີຂໍ້ຂ້ອງໃຈຫລາຍໃນຂະແໜງການເງິນ



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດ ທີ VII ທີ່ຫາກໍສຳເລັດລົງເມື່ອບໍ່ດົນມານີ້, ໄດ້ມີໄດ້ມີ ຫລາຍຄຳຄິດ ເຫັນຂອງປະຊາຊົນກໍຄືສັງຄົມຜ່ານສາຍດ່ວນສະພາ, ເພື່ອສະເໜີໃຫ້ ສະພາແຫ່ງຊາດ ຫລື ລັດຖະບານໄດ້ຮັບ ຊາບ ແລະ ມີວິທີແກ້ໄຂບັນ ຫາເດືອດຮ້ອນຍ້ອນ, ຂໍ້ຂັດແຍ່ງ ແລະ  ຄວາມບໍ່ຍຸຕິທຳຕ່າງໆໃນ ສັງຄົມລວມໄປເຖິງການເຄື່ອນ ໄຫວວຽກງານແບບບໍ່ຊອບມາພາກົນຂອງສະມາຊິກພັກ ແລະ ພະນັກງານລັດຖະກອນຈຳນວນໜຶ່ງທີ່ພາໃຫ້ເກີດ ຄວາມ ເຊື່ອມເສຍຕໍ່ບົດບາດຂອງພັກ ແລະ ລັດ ແລະ ຂາດ ຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ກະຊວງການເງິນກໍແມ່ນຂະແໜງ ການໜຶ່ງທີ່ສັງຄົມມີຂໍ້ສົນໃຈຫລາຍ ໃນວຽກງານທີ່ຂື້ນກັບຄວາມຮັບພິຊອບຂອງກະຊວງດັ່ງກ່າວ, ເຊິ່ງ ສະເພາະກອງປະຊຸມ ສະພາແຫ່ງ ຊາດເທື່ອນີ້ມີຫລາຍສີບບັນຫາທີ່ ຕ້ອງການໃຫ້ກະຊວງການເງິນ ອອກມາຊີ້ແຈງໃຫ້ຊັດເຈນເປັນ ຕົ້ນ: ບັນຫາເງິນ ເດືອນພະນັກງານ ຊັກຊ້າ, ການເກັບລາຍຮັບບໍ່ໄດ້ ຕາມແຜນ, ການສວຍໂອກາດຮຽກເກັບພາສີ-ອາກອນຈາກກະສິກອນ ບໍ່ຖືກຕາມລະບຽບ, ການບໍ່ ປະຕິບັດວິໄນຢ່າງເຂັ້ມງວດຕໍ່ພະນັກງານທີ່ສວຍໂອກາດສໍ້ລາດບັງຫລວງ ແລະ ກໍລະນີອື່ນໆ.
ເຊິ່ງສັງ ຄົມໃຫ້ເຫດຜົນວ່າທຸກບັນຫາທີ່ເກີດຂຶ້ນນັ້ນ, ລ້ວນແຕ່ເປັນຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ກິດຂວາງການກີດ ຂວາງ ແລະ ບໍ່ສົ່ງເສີມການຜະລິດ ຂອງປະຊາຊົນ, ສ້າງຄວາມເດືອດຮ້ອນທາງດ້ານຊີວິດການເປັນ ຢູ່ໃຫ້ສະມາຊິກພັກ ແລະ ພະນັກງານ ທີ່ມີລາຍຕ່ຳ ແລະ ບັນຫາສຳຄັນແມ່ນທວງດຶງຄວາມຈະເລີນຂອງປະເທດຊາດ. ສະນັ້ນຈຶ່ງຂໍໃຫ້ສະພາແຫ່ງຊາດ, ລັດຖະບານຕ້ອງຮີບຮ້ອນແກ້ໄຂຂອດຫຍຸ້ງຍາກ ແລະ ອັດຊ່ອງຫວ່າງຮົ່ວໄຫລ ແລະ ຕ້ອງນຳໃຊ້ມາດຕະການທີ່ມີຢ່າງເດັດ ຂາດຕໍ່ຜູ້ທີ່ສວຍໂອກາດ ແລະ ສໍ້ ລາດບັງຫລວງ.

No comments:

Post a Comment