Ad

Ad

16 January 2015

ລາວ-ຫວຽດນາມຮ່ວມຫາລືດ້ານວຽກງານປ້ອງກັນຄວາມສະຫງົບ.


     ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳ ຫລວດແຫ່ງ . ຫວຽດນາມ, ໄດ້ຮ່ວມກັນປຶກ ສາຫາລືດ້ານວຽກງານປ້ອງກັນຄວາມສະຫງົບຂຶ້ນໃນວັນທີ 15 ມັງ ກອນນີ້, ທີ່ນະ ຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົຈວ. ສົມແກ້ວ ສີລາວົງ ກຳມະການສູນກາງພັກ, ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນ ຄວາມ ສະຫງົບ ສປປ ລາວ, ສະຫາຍ ພົອ ສຈ. ດຣ ເຈີ່ນ ດາຍ ກວາງ ກຳມະການກົມການ ເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີວ່າການກະຊວງຕຳຫລດ ສສ ຫວຽດນາມ.
     ໃນກອງປະຊຸມປຶກສາຫາລືດັ່ງກ່າວ ສອງຝ່າຍໄດ້ເປັນເອກະພາບສູງຕໍ່ການຕີລາຄາສະພາບການຂອງສາກົນ, ພາກ ພື້ນ ແລະ ພາຍໃນປະເທດ. ພ້ອມນີ້ ກໍໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມືໃນ 1 ປີ ຜ່ານມາເຫັນວ່າ ໄດ້ຮັບໝາກຜົນເປັນຢ່າງດີ, ມີບາງດ້ານກໍລື່ນຄາດໝາຍ, ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງ
ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຂອງສອງປະເທດ, ການພົວພັນຮ່ວມມືຕ້ານອາຊະ ຍາກຳປະເພດຕ່າງໆ ແລະ ການແລກປ່ຽນຢ້ຽມຢາມຖອດຖອນບົດຮຽນຕ່າງໆເຊິ່ງກັນ ແລະ ກັນ. ພ້ອມນັ້ນ ສອງຝ່າຍ ກໍໄດ້ຮ່ວມມືກັນລົງນາມແຜນການຮ່ວມມືປະຈຳປີ 2015 ຄື: ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບທາງດ້ານ
ການເມືອງ, ການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນ ລະເມືອງຂອງສອງຝ່າຍຢູ່ປະເທດຂອງ ຕົນ; ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ; ການປະສານສົມທົບປົກ ປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍລະຫວ່າງບັນດາແຂວງຊາຍແດນ ແລະ ວຽກງານກໍ່ສ້າງ ກຳລັງໃນການຮ່ວມມືດັ່ງກ່າວ ຝ່າຍຕຳຫລວດຫວຽດນາມ ຈະສືບຕໍ່ກໍ່ສ້າງ-ບຳລຸງວິຊາສະເພາະ ແລະ ການສຶກສາໃຫ້ ນັກຮຽນ ແລະ ພະນັກງານກະຊວງປ້ອງກັນຄວາມສະຫງົບລາວຈາກເມື່ອກ່ອນ 225 ທຶນ ເປັນ 255 ທຶນໃນປີ 2015; ການຮ່ວມມື ຊ່ວຍເຫລືອດ້ານອຸປະກອນ-ເຕັກນິກ ແລະ ສືບຕໍ່ແລກປ່ຽນຄະນະຜູ້ແທນໄປ-ມາເຮັດວຽກ, ຢ້ຽມຢາມ ພັກຜ່ອນ, ປິ່ນປົວສຸຂະພາບ ແລະ ອື່ນໆໃຫ້ຫລາຍຂຶ້ນ.

No comments:

Post a Comment