Ad

Ad

16 January 2015

ຫາລື​ການ​ປັບ​ປຸງ​​ຫ້ອງ​ນ້ຳ​ສາທາລະນະ​ໃນ​ນະຄອນຫຼວງ​ວຽງ​ຈັນ



ວັນທີ 15 ມັງກອນນີ້ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ຮ່ວມກັບພະແນກການອອ້ມຂ້າງທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມຮ່ວມກັນເພື່ອປຶກສາຫາລືການປັບປຸງຫ້ອງນ້ຳ​​ໃນສະຖານທີ່ສາທາລະນະຕ່າງໆ​​ນະຄອນ ຫຼວງວຽງຈັນ​,​ໂດຍການເປັນປະທານຂອງທ່ານ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ​ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດຊຶ່ງຈະຈັດຂື້ນໃນປີນີ້ເຊັ່ນ:ວັນສ້າງຕັ້ງພັກຄົບຮອບ 60 ປີແລະວັນສະຖາປານາສປປລາວຄົບຮອບ 40 ປີແລະສິ່ງສຳຄັນແມ່ນ​​ປີ 2016 ຊຶ່ງເປັນປີທຳອິດຂອງການເຂົ້າເປັນປະຊາຄົມອາຊຽນ​ ​ແລະລາວເຮົາເປັນເຈົ້າພາບຈັດກອງປະຊຸມສຳຄັນຕ່າງໆ,​ໂດຍສະເພາະແມ່ນກອງປະຊຸມສຸດຍອດອາຊຽນ,ດັ່ງນັ້ນຖາພວກເຮົາບໍ່ມີການກຽມການທີ່ດີກໍຈະ​​ເຮັດໃຫ້ບໍ່ສາມາດຮັບຮອງກັບສະຖານະການດັ່ງກ່າວໄດ້,​ກໍດັ່ງຮູ້ນຳກັນແລ້ວວ່ານະຄອນຫຼວງວຽງຈັນຖືເປັນສູນກາງ​​ເສດຖະກິດ-ສັງຄົມ,ການເມືອງຂອງປະເທດແລະວຽກງານສຸຂະອະນາໄມກໍຖືເປັນວຽກງານໜຶ່ງທີ່ຕິດພັນ
ກັບທຸກຂົງເຂດວຽກງານ,​ໂດຍສະເພາະບັນຫາຫ້ອງນຳ້ຕາມສະຖານທີ່ສາທາລະນະ, ດັ່ງນັ້ນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ຮ່ວມກັບປຶກສາຫາລືການປັບປຸງຍົກລະດັບຫ້ອງນ້ຳຕາມສະຖາທີ່ສາທາລະນະ​​ໃນນະຄອນຫຼວງວຽງຈັນໃຫ້ໄດ້ຕາມມາດຕະຖານຄື: ສະອາດ,ພຽງພໍ,ປອດໄພແລະຍືນຍົງ.
ທ່ານປະທານກອງປະຊຸມກ່າວ​​ວ່າ:ຜ່ານຈາກການລົງຕິດຕາມກວດກວດຫ້ອງນ້ຳ​ 70 ກວ່າແຫ່ງຢູ່ສະຖານທີ່ສາ ທາລະນະໃນນະຄອນຫຼວງວຽງຈັ,​ ເຊັ່ນ: ສວນສາທາລະນະ, ສະຖານີລົດໂດຍສານ, ສະຖານທີ່ທ່ອງທ່ຽວ, ປ້ຳນຳ້ມັນແລະຕະຫຼາດຕ່າງໆເຫັນວ່າ: ຫ້ອງນ້ຳທີ່ມີຄວາມສະອາດຖືກຫຼັກອະນາໄມມີພຽງ 8 ​ແຫ່ງ​, ຊຶ່ງສວນຫຼາຍແມ່ນຫ້ອງນ້ຳ​​ໃນປ້ຳນ້ຳມັນຕ່າງໆເທົ່ານັ້ນ, ສ່ວນຫ້ອງນ້ຳໃນສະຖາທີ່ສາທາລະນະອື່ນໆ​​ແມ່ນຍັງຈະຕ້ອງໄດ້ປັບປັງຕື່ມອີກໂດຍສະເພາະແມ່ນຫ້ອງນ້ຳຢູ່ສະຖານີລົດໂດຍສານແລະຕະຫຼາດຕ່າງໆ.

No comments:

Post a Comment