Ad

Ad

16 January 2015

ວາງສະແດງການສຶກສາເຂດປົກຄອງຕົນເອງ​ເຜົ່າ​ຈ້ວງ ສປ ຈີນ ທີ່ ນະຄອນຫຼວງວຽງຈັນ



     ງານວາງສະແດງການສຶກສາແຂວງກວາງຊີ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ ນີ້, ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍ ການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະ ຍາໄລແຫ່ງຊາດ, ທ່ານ ລິນ ນິງ ຫົວໜ້າກົມກວດກາການສຶກສາເຂດປົກ ຄອງ ຕົນເອງເຜົ່າຈ້ວງກວາງຊີ, ພ້ອມດ້ວຍນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຊົມເປັນຈຳນວນຫລາຍ.
     ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ມີຄຳເຫັນໃນພິທີວ່າ: ການຮ່ວມມືຂອງທຸກຂະແໜງການລະຫວ່າງ ລາວ-ຈີນ ໄດ້ເກີດດອກອອກຜົນຢ່າງຈົບງາມ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການພົວພັນສອງຊາດ, ຊຶ່ງສະແດງ ອອກໃຫ້ເຫັນຍາມໃດ ຝ່າຍຈີນ ກໍເອົາໃຈໃສ່ຕໍ່ການແລກປ່ຽນຮ່ວມມືດ້ານການສຶກສາຂອງລາວຕະຫລອດມາ, ໂດຍສະ
ເພາະການສະໜັບສະໜູນ ໃນການກໍ່ສ້າງບຸກຄະລາກອນໃນຫຼາຍຂົງເຂດວຽກງານຕ່າງໆເຊັ່ນ: ການທູດ, ການຄ້າ, ການກະ ເສດ, ການກໍ່ສ້າງ, ສາທາລະນະສຸກ ແລະ ອື່ນໆ ພ້ອມນີ້ ທ່ານຫົວໜ້າກົມກວດກາການ ສຶກສາເຂດປົກຄອງຕົນເອງ ກວາງຊີ ກໍມີຄຳເຫັນວ່າ: ເຂດປົກຄອງກວາງຊີ ຕັ້ງຢູ່ພາກໃຕ້ ຂອງຈີນ, ປັດຈຸບັນ ມີໂຮງຮຽນ ອະນຸ ບານ 8 ພັນກວ່າແຫ່ງ, ໂຮງຮຽນ ປະຖົມ ກວ່າ 13 ພັນແຫ່ງ, ມັດທະຍົມຕົ້ນ 1.800 ກວ່າແຫ່ງ, ມັດທະຍົມປາຍ 400 ກວ່າແຫ່ງ, ໂຮງຮຽນວິຊາຊີບມີ 273 ແຫ່ງ, ໂຮງຮຽນຊັ້ນສູງມີ 76 ແຫ່ງ, ຊຶ່ງມີນັກສຶກສາກວ່າ 9 ແສນຄົນ, ໃນນັ້ນມີນັກສຶກສາລາວຮຽນຢູ່ກວາງຊີ ຫຼາຍກວ່າ 600 ຄົນ. ເວົ້າລວມແລ້ວ ການສຶກສາຢູ່ກວາງຊີ ມີສະພາບແວດລ້ອມທີ່ດີ, ມີຫຼັກສູດການຮຽນການສອນທີ່ທັນສະໄໝ, ອັນໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກສຶກສາທີ່ມາຮຽນຢູ່ ກວາງຊີ ໄດ້ເປັນຢ່າງດີ, ຊຶ່ງ 2 ປີຜ່ານມາ ມີນັກສຶກສາ ຕ່າງປະເທດມາຮຽນຢູ່ ກວາງຊີ ຫຼາຍກ່ວາ 10 ພັນຄົນ. ຊຶ່ງງານສະແດງຄັ້ງນີ້ ມີສະຖາບັນການສຶກສາ ແລະ ມະຫາວິທະຍາໄລ ຈາກແຂວງກວາງ ຊີ  ຫຼາຍກວ່າ 10 ແຫ່ງມາແນະນຳແກ່ນັກສຶກສາລາວທີ່ສົນໃຈຢາກໄປສຶກສາຕໍ່ທີ່ແຂວງກວາງຊີໄດ້ມີຄວາມ ເຂົ້າໃຈຕື່ມອີກ.

No comments:

Post a Comment