Ad

Ad

16 January 2015

ຜູ້ປະກອບການຈຳນວນໜຶ່ງຖືເບົາຄວາມສະອາດຕໍ່ສັງຄົມ



 ພາບສິ່ງເສດເຫລືອທີ່ເຫັນນີ້, ນັກຂ່າວພວກເຮົາຖ່າຍໃນເວລາປະມານ 8:00 ໂມງເຊົ້າຂອງວັນທີ 15 ມັງກອນນີ້, ນັ້ນແມ່ນຂີ້ເຫຍື້ອ ແລະ ສິ່ງເສດເຫລືອ ຕ່າງໆຕົກເຮ່ຍ ອອກຖັງຂີ້ເຫຍື້ອຂອງຮ້ານອາຫານຊື່ດັງແຫ່ງໜຶ່ງຢູ່ບ້ານໂພນສະອາດ, ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ໃນຂະນະທີ່ນັກຂ່າວພວກເຮົາຖ່າຍ ພາບຢູ່ນັ້ນ, ກໍປາກົດເຫັນພະນັກງານຂອງຮ້ານຈຳນວນໜຶ່ງພາກັນນັ່ງຫລີ້ນຢູ່ໜ້າ ຮ້ານ, ແຕ່ກໍບໍ່ມີໃຜເອົາຫົວໃສ່ໃຈຊາມາອະນາໄມເກັບມ້ຽນເສດອາຫານຂີ້ເຫຍື້ອທີ່ ເປືະເປື້ອນດັ່ງກ່າວ ແລະ ກໍບໍ່ແມ່ນ ເທື່ອທຳອິດທີ່ເກີດສະພາບແບບນີ້, ປະຊາຊົນຢູ່ ໃກ້ຄຽງຈຳນວນໜຶ່ງ ບອກກັບນັກຂ່າວວ່າ: ເຫັນຂີ້ເຫຍື້ອຈາກຮ້ານແຫ່ງນີ້ຕົກເຮ່ຍຢັງຢາຍໃສ່ແຄມທາງ ຈຸດນີ້ເປັນປະຈຳໂດຍ ສະເພາະແມ່ນຍາມເຊົ້າ. ຕໍ່ສະພາບທີ່ເກີດຂຶ້ນນັ້ນ, ໄດ້ສ້າງຄວາມບໍ່ສະອາດຈົບງາມຕໍ່ສະພາບແວດລ້ອມຕົວເມືອງ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ປະກອບການເພີ່ມຄວາມຮັບພິຊອບເປັນເຈົ້າການໃນການ ຮັກສາຄວາມສະອາດໃຫ້ດີເພື່ອເຮັດໃຫ້ ຕົວເມືອງມີຄວາມສວຍ ງາມ ແລະ ກາຍເປັນນະຄອນຫລວງທີ່ໜ້າຢູ່.

No comments:

Post a Comment