ວັນທີ 15 ມັງກອນ ນີ້, ທີ່ໂຮງແຮມດອນຈັນພຣາເລດ ນະຄອນຫຼວງ ວຽງຈັນ, ລາວ ແລະ ອົງການຢູນິເຊັບ ໄດ້ຮ່ວມກັນເປີດລາຍການໂທລະພາບພາຍໃຕ້ຫົວຂໍ້ “ ບ້ານຂອງຂ້ອຍ” ພາກ II ເຊິ່ງເປັນລາຍການສຳລັບເດັກນ້ອຍກ່ອນໄວຮຽນທີ່ໄດ້ສ້າງຂຶ້ນຈາກການຮ່ວມມືຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນດ້ານທືນຮອນຈາກອົງການຢູນິເຊັບປະຈຳລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມູນຕຣີ ລັດຖະມົນຕີ ຊ່ວຍວ່າການ ກະຊວງຖະແຫຼງຂ່າວ ວັດຖະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຫົງເວີຍ ກາວ ຜູ້ຕາງໜ້າອົງການຢູນິເຊັບປະຈຳລາວ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໄດ້ມີຄຳເຫັນວ່າ: ລາຍ ການໂທລະພາບດັ່ງກ່າວ ແມ່ນມີເນື້ອໃນທີ່ດີ ແລະ ມີເນື້ອຫາວັດທະນະທຳສອດຄ່ອງກັບປະເພນີຂອງລາວ ແລະ ການດຳລົງຊີວິດປະຈຳວັນຂອງເດັກນ້ອຍຕ່າງຊົນເຜົ່າ, ທີ່ມີຄວາມຢາກຮູ້ຢາກເຫັນ ແລະ ມີຄວາມສົນໃນດ້ານການຮຽນຂອງຕົນ, ເຊິ່ງເປັນພື້ນຖານທາງດ້ານທັກສະທີ່ຈະຊ່ວຍພວກເຂົາຢູ່ໃນໂຮງຮຽນ ແລະ ໃນການດຳລົງຊີວິດຂອງຕົນເອງດີຂຶ້ນ ແລະ ເປັນການເປີດໂລກະທັດໃຫ້ພວກເຂົາກ້ວາງຂວາງຫຼາຍຂຶ້ນ.
ລາຍການດັ່ງກ່າວມີແຜນຈະອອກອາກາດ ໃນວັນທີ 18 ມັງກອນນີ້ ຜ່ານທາງສະຖານີໂທລະພາບຫຼັກທັງໝົດ ຂອງ ສ ປປ ລາວ.

No comments:
Post a Comment