Ad

Ad

16 January 2015

ລາວຫາລືການຄຸ້ມຄອງອິນເຕີເນັດ

ໃນວັນທີ 14 ມັງກອນນີ້, ຢູ່ ຫ້ອງວ່າການລັດຖະບານ, ໄດ້ມີກອງປະຊຸມ ປືກສາຫາລືການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອ ຊ), ພາຍໃຕ້ການເປັນປະທານ ຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດ ເສດຖະກິດມະຫາ ພາກ ແລະ ບໍລິການ, ມີບັນດາລັດຖະມົນຕີຈາກຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອທົບທວນ ຄືນການຈັດຕັ້ງປະຕິບັດວຽກງານໃນ ໄລຍະ ຜ່ານມາໂດຍສະເພາະວຽກ ງານການກວດກາ ແລະ ການແກ້ ໄຂບັນຫາປາກົດການ ຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສື່ສັງຄົມອອນລາຍ. ນອກ ນັ້ນ, ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດຍັງໄດ້ປືກສາ ຫາລື ແລະ ຖອດຖອນບາງບົດຮຽນໃນຕໍ່ໜ້າ. ໂດຍສະເພາະການ ເຄື່ອນໄຫວສະເພາະກິດທີ່ປະຕິບັດ ໄດ້ເຊັ່ນ: ດ້ານນິຕິກຳ ແລະ ເຕັກ ນິກ. ໂດຍປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳວ່າ: ໃຫ້ຄະນະຄຸ້ມ ຄອງອິນເຕີເນັດແຫ່ງຊາດເອົາໃຈ ໃສ່ສືບຕໍ່ຈັດຕັ້ງປະ ຕິບັດໂຄສະນາ ເຜີຍແຜ່ດຳລັດວ່າດ້ວຍການຄຸ້ມ ຄອງອິນເຕີເນັດໃຫ້ທົ່ວເຖິງ, ຄຽງ ຄູ່ກັນນັ້ນກໍຈະຕ້ອງໄດ້ສືບຕໍ່ເຜີຍແຜ່ຜົນ ສຳເລັດການສ້າງສາພັດທະນາປະເທດຊາດ ແລະ ພັດທະນາເສດ ຖະກິດແຫ່ງຊາດໂດຍຜ່ານອິນເຕີເນັດ ແລະ ສືບຕໍ່ເກັບກຳ ຂໍ້ມູນໃຫ້ຮູ້ໄວກັບຜູ້ທີ່ບໍ່ຫວັງດີຕໍ່ປະເທດຊາດໂດຍຜ່ານສື່ສັງຄົມອອນລາຍ.

No comments:

Post a Comment