ໃນວັນທີ 16 ມັງກອນນີ້, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ
ຈຳກັດ ໄດ້ຈັດງານແຈກໂຊກທ້າຍປີ ໃຫ້ກັບ ລູກຄ້າຕົນ, ຂຶ້ນທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ,
ໂດຍການເຂົ້າຮ່ວມຂອງ ທ່ານ ປະກອນ ວົງວິທະ ຍາພິ ລົມ ຫົວໜ້າເຈົ້າໜ້າທີ່ຝ່າຍປະຕິບັດການປະຈຳພາກພື້ນແມ່ນ້ຳຂອງ
ບໍລິສັດ ໂຕໂຍ ຕາ ມໍເຕີ້ ປະເທດໄທ ຈຳກັດ, ທ່ານ ກຳພົນ ເອກເມທີພັນ ຜູ້ອຳນວຍການສາຍງານ ປະຈຳພາກພື້ນແມ່ນ້ຳຂອງ ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທຈຳກັດພ້ອມດ້ວຍຕົວແທນຈຳໜ່າຍ ໂຕໂຍຕາທົ່ວປະເທດ ເຂົ້າຮ່ວມ.
ງານຄັ້ງນີ້ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າທີ່ໃຫ້ຄວາມໄວ້ວາງໃຈເລືອກຊື້ລົດເກັ່ງ
ແລະ ລົດກະບະຈາກຕົວ ແທນຈຳໜ່າຍຢ່າງເປັນທາງການທັງ 6 ແຫ່ງ ໃນລະຫວ່າງເດືອນ ຕຸລາ-ທັນວາ
2014 ຜ່ານມາ, ເຊິ່ງຜູ້ໂຊກດີທີ່ໄດ້ຮັບ ລາງວັນທີ 1 ລົດກະບະ ວີໂກ ແມ່ນທ່ານນາງ ສິລິພອນ
ໄດ້ຊື້ລົດຢູ່ ໂຕໂຍຕາ ລາວທານີ ນະຄອນຫລວງວຽງຈັນ, ລາງ ວັນທີ 2 ລົດເກັງ ວີອ໊ອດ ແມ່ນທ່ານນາງ
ຂັນແກ້ວ ໄດ້ຊື້ລົດຢູ່ ໂຕໂຍຕາ ລາວສະຫວັນ, ແຂວງສະຫວັນນະເຂດ. ພ້ອມກັນນີ້
ຍັງມີລາງວັນທີ
3 ລົດຈັກຟີໂນ້ ຈຳນວນ 15 ລາງວັນ, ລາງວັນທີ 4 ໂທລະສັບ ມືຖືໄອໂຟນ 6 ຈຳນວນ 15 ລາງວັນ, ລາງວັນທີ
5 ສາຍຄໍ ຄຳ 1 ບາດ ຈຳນວນ 50 ລາງວັນ ແລະ ລາງວັນທີ 6 ໂທລະສັບມືຖື ຊຳຊຸງ ເອັສ 5 ຈຳ ນວນ
40 ລາງວັນ. ນອກນີ້ ຍັງມີການຈັບສະຫລາກ ມອບໂຊກໃຫ້ລູກຄ້າທີ່ນຳລົດເຂົ້າມາໃຊ້ບໍລິການນຳໂຕໂຍຕາ
ແລະ ຮ່ວມຕອບແບບສອບຖາມລະຫວ່າງເດືອນພະຈິກ-ທັນວາ 2014 ຜ່ານມາ, ເຊິ່ງມີ 10 ລາງວັນເຊັ່ນ:
ໂທລະພາບສະ ມາດ 40 ນີ້ວ ຈຳນວນ 5 ລາງວັນ ແລະ ໂທລະສັບມືຖື ຊຳຊຸງ ແກນ ຈຳນວນ 5 ລາງວັນ ລວມມູນຄ່າທັງໝົດຫລາຍ
ກວ່າ 1.400 ລ້ານກີບ.
ທ່ານ ປະກອນ ວົງວິທະຍາພິລົມ ກ່າວວ່າ: ກິດຈະກຳນີ້ເປັນອີກກິດຈະກຳໜຶ່ງທີ່ທາງໂຕໂຍຕາ
ໄດ້ຈັດຂຶ້ນເພື່ອ ເປັນການຂອບໃຈລູກຄ້າທີ່ໄດ້ໃຫ້ຄວາມໄວ້ວາງໃຈເລືອກຊື້ລົດໂຕໂຍຕ້າ ແລະ ເຂົ້າໃຊ້ບໍລິການທີ່ສູນບໍລິການຕ່າງໆທົ່ວ
ປະເທດ, ໂຕໂຍຕາມີຄວາມຕັ້ງໃຈທີ່ຈະຜະລິດສິນຄ້າທີ່ມີຄຸນນະພາບ ແລະ ບໍລິການທີ່ໄດ້ມາດຕະຖານ
ພ້ອມກັບການ ປັບປຸງພັດທະນາຢ່າງຕໍ່ເນື່ອງເພື່ອໃຫ້ລູກຄ້າທີ່ເຂົ້າມາ ໃຊ້ບໍລິການໄດ້ພຶງພໍໃຈສູງສູດ.
ທ່ານຍັງກ່າວຕື່ມອີກວ່າ: ໃນລະ ຫວ່າງເດືອນຕຸລາຫາເດືອນທັນວາ 2014 ຜ່ານມານີ້, ຍອດຂາຍລົດເກັງ
ແລະ ລົດກະບະໃນທົ່ວປະເທດລາວແມ່ນ ສູງເຖິງ 2.822 ຄັນ. ສຳລັບປີ 2015 ນີ້ ທາງໂຕໂຍຕາຍັງໄດ້ກະກຽມກິດຈະກຳດີໆອີກຢ່າງຫລວງຫລາຍ
ໄວ້ໃຫ້ລູກ ຄ້າໄດ້ຮ່ວມມ່ວນຊື່ນນຳອີກ.

No comments:
Post a Comment