Ad

Ad

19 January 2015

ດີເຮົາ ແຕ່ເຂົາສົງໄສ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ມີເລື່ອງຄາໃຈທີ່ບົ່ມໄວ້ຫລາຍປີ ຍ້ອນບໍ່ມີເວລາຂຽນແດ່ ແລະ ຍ້ອນພະຍາດຫລົງໆລືມໆ ຂອງຄົນທີ່ພວມ ຢ່ວງ ຂາເຂົ້າປະຕູບຳນານວ່າຊັ້ນສາ ! ເລື່ອງທີ່ຊິ ວ່າອອກໄປນີ້ ຄິດວ່າຫລາຍຄົນເຄີຍເຫັນຕຳຕາມາແລ້ວ ຕ່າງແຕ່ວ່າອາດ ມີຜູ້ຫົວຊານຳເອົາມາຄິດຫງຳ, ແຕ່ສຳລັບຜູ້ທີ່ບໍ່ເກັບເອົາມາຄິດນັ້ນ ກໍບໍ່ໄດ້ໝາຍວ່າເປັນຜູ້ບໍ່ຊ່າງຄິດເພາະ ເລື່ອງນີ້ເປັນ ເລື່ອງນ້ອຍໆ, ແຕ່ຖ້າປ່ອຍໃຫ້ເປັນນິໃສຕິດປາກກໍອາດໃຫ້ຄົນລາວບາງຄົນໂດຍສະເພາະຄົນຕ່າງປະເທດບໍ່ເຂົ້າໃຈ, ເລີຍອາດຄິດວ່າຄົນລາວເຮົານີ້ມີແຕ່ນິໃສຢາກໄດ້ຂອງລ້າ ຫລື ບໍ່ເອົາຈິງ ເອົາຈັງ. ເວົ້າໃຫ້ແປນໆກວ່ານັ້ນ ກໍຄືເປັນຄົນມັກ “ຂໍ”. ໃນຕົວຈິງແລ້ວ ຄົນລາວເຮົາເປັນເຊື້ອຊາດທີ່ດຸໝັ່ນຂະຫຍັນພຽນ “ໄປຢຽບໝາ-ມາຢຽບ ຂຽດ” ຕື່ນເດິກລຸກ ເຊົ້າ, ແຕ່ພິເສດໄປກວ່ານັ້ນ ຄົນລາວເຮົາມີນິໃສມັກ “ໃຫ້” ຫລາຍກວ່າຮັບເບິ່ງແຕ່ເລື່ອງເຮັດ ບຸນ ສິນ-ກິນທານກໍຄົງເຂົ້າໃຈ (ບໍ່ນັບຈຳພວກຫົວໃສທີ່ເຮັດບຸນເພື່ອລາຍໄດ້, ເພື່ອຊື່ສຽງເຊິ່ງກໍມີຈຳນວນໜ້ອຍ ທີ່ສຸດ). ແຕ່ດ້ວຍຄຳ ເວົ້າຄຳດຽວກໍອາດ ພາໃຫ້ຄົນອື່ນບໍ່ເຂົ້າໃຈໂດຍສະເພາະຄົນຕ່າງ ຊາດຕ່າງພາສາ. ຂໍຍົກຕົວຢ່າງທີ່ປິ່ນອ້ອມແນວຢາກເວົ້າຄືຄົນຕ່າງ ປະເທດ ບາງຄົນບໍ່ເຂົ້າໃຈເວລາຄົນລາວເຮົາບາງຄົນເວລາລົມກັບຕ່າງປະເທດ ແບບນັ້ນມັກຈະທັງລົມທັງປ່ອຍສຽງຫົວສັບໄປນຳ.
ເມື່ອຟັງຄົນຕ່າງປະເທດເວົ້າ, ຈັກວ່າເລື່ອງຈິງຈັງ ຫລື ເລື່ອງເວົ້າ ຫລິ້ນເວົ້າຕະຫລົກ ຄົນລາວເຮົາບາງຄົນກໍຟັງນຳ ຫົວໄປ ນຳ. ເລື່ອງນີ້ຈານແຍ່ເອງ ກໍຖືກຄືກັນ, ຕອນຮຽນຢູ່ຕ່າງປະ ເທດ ແລະ ກໍເຄີຍຫລົງເຮັດເວລາ ເຄື່ອນໄຫວຕ່າງປະເທດ ເປັນເວ ລາຫລາຍປີ.ການຍິ້ມ-ຫົວຂອງ ຄົນລາວເວລາເວົ້າ ລົມກັບຄົນຕ່າງປະເທດນັ້ນ ຄົງເປັນຍ້ອນນິໄສອ່ອນນ້ອມ, ນິໄສມິດໄມຕີ ຂອງຄົນລາວເຮົາເອງ. ແຕ່ຄົນ ຕ່າງປະ ເທດບໍ່ເຂົ້າໃຈ. ເມື່ອເຂົາ ເວົ້າເລື່ອງຈິງຈັງ ແຕ່ເຮົາພັດຫົວ ແນ່ ນອນເຂົາກໍຈະຮູ້ສຶກງົງ ແລະ ອາດຖາມຄືນວ່າ: “ເປັນ ຫຍັງ ທ່ານຈຶ່ງຫົວ ?... ຂ້າພະເຈົ້າເວົ້າ ແນວຕະຫລົກບໍ ?”. ສຳລັບຄົນ ຕ່າງປະເທດຈຳນວນຫລວງ ຫລາຍນັ້ນ ເຂົາ ເຈົ້າຈະຫົວເມື່ອຟັງໄດ້ເລື່ອງຕະຫລົກ ຫລື ຟັງເລື່ອງເວົ້າຫລິ້ນ ເວົ້າຫົວ, ແຕ່ຖ້າເວົ້າເລື່ອງຈິງຈັງ, ເວົ້າເລື່ອງອຸ ປະຕິ ເຫດ, ການລົ້ມການຕາຍ ຫລື ເວົ້າເລື່ອງວຽກເລື່ອງງານແລ້ວ ພວກເຂົາຈະບໍ່ປ່ອຍສຽງຫົວອອກມາເດັດຂາດ ແລະ ຖ້າໃຜຫົວ ພວກເຂົາຈະຖືວ່າບໍ່ຈິງຈັງ, ດີບໍ່ດີເຂົາອາດຈະເຂົ້າໃຈ ວ່າເຮົາຫົວຂວັນຄວາມຜິດແປກສິ່ງໃດສິ່ງໜຶ່ງຂອງ ເຂົາກໍໄດ້. ຈານແຍ່ວ່າເຫດຜົນຂອງເຂົາໜ້າຟັງດີ, ແຕ່ກໍຄົງຍາກທີ່ຈະ ປ່ຽນນິໄສປະຈຳຕົວຂອງຄົນລາວພວກເຮົາ.
      ອີກບັນຫາໜຶ່ງທີ່ຕັ້ງໃຈຢາກເວົ້າໃນບົດນີ້ນັ້ນແມ່ນຄຳເວົ້າຂອງຄົນລາວເຮົາເວລາໄດ້ຮັບການຊ່ວຍເຫລືອຈາກ ຄົນຕ່າງປະເທດ (ສຳລັບຈາກຄົນລາວນຳກັນນີ້ຄົງບໍ່ເປັນຫຍັງ). ຄົ ລາວເຮົາເມື່ອກ່າວຂອບໃຈຄົນຕ່າງປະເທດ ຫລື ຕົວແທນອົງການຕ່າງປະເທດທີ່ໃຫ້ການຊ່ວຍເຫລືອກໍມັກຈະເວົ້າປິດທ້າຍວ່າ: “ຫວັງວ່າຈະໄດ້ຮັບການຊ່ວຍ ເຫລືອ ຈາກທ່ານອີກ” ແລະ ມີບາງຄັ້ງກໍມີປະໂຫຍກທີ່ວ່າ: “ຫວັງວ່າທ່ານຈະໃຫ້ການຊ່ວຍເຫລືອຫລາຍກວ່າເກົ່າອີກ”. ຄຳ ເວົ້າແບບນີ້ໃນຄວາມໝາຍຂອງຄົນລາວຄົງບໍ່ໝາຍວ່າ: “ມີແຕ່ຢາກໄດ້” ແຕ່ຫາກພຽງຢາກເນັ້ນຄຸນຄ່າຂອງການ ຊ່ວຍ ເຫລືອ, ຢາກສະແດງເຖິງຄວາມພໍໃຈ. ແຕ່ຄົນຕ່າງປະເທດບາງຄົນນັ້ນເຂົາງົງເພາະອາດຄິດວ່າເຄື່ອງຊ່ວຍ ເຫລືອດັ່ງກ່າວ ບໍ່ຫລາຍ, ບໍ່ພຽງພໍກັບຄວາມຕ້ອງການບໍຈຶ່ງຢາກໄດ້ຕື່ມ. ຈານແຍ່ວ່າການຂອບໃຈແບບນີ້ຖ້າຫລີກໄດ້ ຈະເປັນການດີ. ເຮົາຄວນຂອບໃຈ ແລະ ແຖມດ້ວຍຄວາມຕັ້ງໃຈທີ່ ຈະນຳໃຊ້ຄືນເງິນ ຫລື ເຄື່ອງຊ່ວຍເຫລືອໃຫ້ ເກີດປະໂຫຍດສູງສຸດ.
     ຈານແຍ່ຂໍເນັ້ນອີກວ່າ: ຄົນລາວເຮົາທີ່ຍິ້ມຫົວເວລາເວົ້າລົມກໍຄືຄຳເວົ້າເວລາຂອບໃຈຕໍ່ການຊ່ວຍເຫລືອນັ້ນ ບໍ່ມີເຈດ ຕະນາ ທາງລົບດອກ, ພຽງແຕ່ວ່າມັນອາດພາໃຫ້ຄົນອື່ນຕີລາຄາໄປທາງອື່ນຄິດວ່າເລື່ອງນ້ອຍໆສ່ຳນີ້ຄົນລາວເຮົາຄົງແກ້ ໄດ້ເພື່ອໃຫ້ເຂົ້າກັບບັນຍາກາດສະເພາະ.

No comments:

Post a Comment