ວັນທີ
17 ມັງກອນນີ້ໂຄງການ ລາດຊະວົງພລາຊາໄດ້ຈັດພິທີແນະນຳ ແລະ
ເປີດໃຫ້ລູກຄ້າຈັບຈອງຫ້ອງຂາຍ ຂຶ້ນຢ່າງເປັນທາງການ, ຢູ່ໂຄງການດັ່ງ
ກ່າວທີ່ຖະ ໜົນໄກສອນພົມວິຫານ ນະ ຄອນລວງວຽງຈັນ, ໂດຍມີນັກທຸລະກິດ ທັງພາຍໃນ ແລະ
ຕ່າງປະເທດເຂົ້າ ຮ່ວມເປັນຈຳນວນຫຼາຍ.
ຜູ້ຮັບຜິດຊອບໂຄງການກ່າວວ່າ:
ເລີ່ມແຕ່ເດືອນກໍລະກົດ 2014 ເປັນຕົ້ນ ມາການກໍ່ສ້າງໂຄງການລາດຊະວົງ ພລາຊາມີຄວາມຄືບໜ້າຢ່າງວ່ອງໄວ, ມາຮອດ ປັດຈຸບັນການກໍ່ສ້າງສຳເລັດ
ແລ້ວປະມານ 50%,
ໂດຍມີກຳນົດ ສຳເລັດການກໍ່ສ້າງແລະເປີດນຳໃຊ້ໃນ ຕົ້ນປີ 2016
ທີ່ຈະມາເຖິງ, ລາດຊະວົງ ພລາຊາເປັນໂຮງແຮມສາກົນລະດັບ 5 ດາວ ແລະ ຈະຖືກນຳໃຊ້ໃຫ້ເປັນທີ່ຕ້ອນຮັບບັນດາຜູ້ນຳ
ທີ່ຈະມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ຊຶ່ງຈະຈັດຂຶ້ນໃນປີ 2016 ນີ້
ທີ່ລາວໄດ້ຮັບກຽດເປັນເຈົ້າພາບ, ປັດຈຸບັນໂຮງແຮມດັ່ງກ່າວເປັນທີ່ ດຶງດູດເອົາຄວາມສົນໃຈຈາກນັກ ລົງທຶນຈຳນວນຫຼາຍ, ເນື່ອງຈາກການອອກແບບທີ່ ສວຍງາມ ແລະ ທັນສະໄໝ.
ນອກຈາກໂຮງແຮມແລ້ວ
ໂຄງການດັ່ງກ່າວຍັງມີສູນການຄ້າຂະໜາດໃຫຍ່ທີ່ທັນສະໄໝ, ຊຶ່ງຈະ
ເປັນຈຸດລວມ ຂອງຫຼາຍຂະແໜງບໍລິການເຊັ່ນ: ສະຖານທີ່ຊອບປິ້ງ, ພັກຜ່ອນ, ບັນເທີງ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບ່ອນຈັດ
ກອງປະຊຸມ, ຫ້ອງການທຸລະກິດ ແລະ ທີ່ພັກອາໄສ, ທີ່ມີການບໍລິ ການລະດັບສາກົນ.
ນອກນັ້ນໂຄງ ການລາດຊະ ວົງຍັງມີແຜນນຳພາ ເຕົ້າໂຮມການບຸກເບີກ, ການປະຕິ
ບັດງານ ແລະ ການບໍລິຫານທີ່ ເປັນ ໜຶ່ງດຽວ, ເປັນລະບົບຄົບຊຸດ ແລະ
ເຊື້ອໝັ້ນວ່າໂຄງການລາດຊະວົງ ຈະນຳມາຊຶ່ງຄວາມສະດວກສະ ບາຍ, ຄວາມທັນສະໄໝໃນນະຄອນຫຼວງວຽງຈັນ.

No comments:
Post a Comment