Ad

Ad

19 January 2015

ກະຊວງກະສິກຳ ແລະ ປ່າໄມ້ ຕອບຂໍ້ຂ້ອງໃຈປະຊາຊົນ ແຂວງບໍ່ແກ້ວ



     ໃນວັນທີ 13 ມັງກອນນີ້, ທ່ານ ຄຳ ຊະນະແຕ້ມ ຮອງຫົວໜ້າກົມປູກຝັງ ກະຊວງ ກະສິກຳ ແລະ ປ່າໄມ້ ອອກມາຊີ້ ແຈງຂໍ້ຂ້ອງໃຈປະຊາຊົນແຂວງບໍ່ແກ້ວ ຜ່ານສາຍດ່ວນ ໃນລະຫວ່າງການດຳ ເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII, ຊຶ່ງມີເນື້ອໃນວ່າ: ປະຊາຊົນ ບ້ານປາກຫາວເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ສະ ເໜີພາກສ່ວນກ່ຽວຂ້ອງລົງກວດກາກ່ຽວກັບບໍ ລິສັດຂອງຈີນ ມາເຮັດສວນ ປູກໝາກກ້ວຍ, ຊຶ່ງໃຊ້ສານເຄມີ ຢູ່ເຂດບ້ານ ດັ່ງກ່າວເຮັດໃຫ້ປະຊາຊົນໄດ້ຮັບ ຜົນກະທົບ ແລະ ເປັນອັນຕະລາຍຮ້າຍແຮງຄື: ເວລາຝົນຕົກນ້ຳໄຫລລົງມາໃສ່ນາ, ໜອງປາຂອງປະ ຊາຊົນ ເຮັດໃຫ້ນາໄດ້ຮັບຄວາມເສຍຫາຍ ແລະ ປາໃນໜອງກໍຕາຍ, ຕໍ່ບັນຫາດັ່ງກ່າວ ກົມປູກຝັງ ກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ອອກມາຊີ້ແຈງວ່າ: ໃນການຄຸ້ມຄອງຢາປາບສັດຕູພືດ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້ ມີກົດໝາຍວ່າດ້ວຍກະສິກຳ ແລະ ມີລະບຽບການກໍຄືຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຊຶ່ງສະ ບັບທຳອິດໄດ້ອອກມານຳໃຊ້ໃນປີ 1992 ຊຶ່ງໄດ້ ປັບປຸງມາແລ້ວ 3 ຄັ້ງ ແລະ ປັດຈຸບັນກຳລັງນຳໃຊ້ ສະບັບເລກທີ 2860/ກປ, ລົງວັນທີ 11 ມິຖຸນາ 2010 ໃນລະບຽບການດັ່ງກ່າວ ໄດ້ລະບຸແຈ້ງຄື: ເພື່ອກຳນົດຫລັກການ, ລະບຽບ ການ,
ມາດຕະຖານ ແລະ ມາດຕະການຕ່າງໆໃນການຄຸ້ມຄອງບັນດາກິດຈະກຳທີ່ກ່ຽວຂ້ອງກັບຢາປາບສັດຕູພືດໃນ ສປປ ລາວ, ປົກປ້ອງສຸຂະພາບຂອງຄົນ, ສັດ, ພືດ ແລະ ປົກປັກຮັກສາສິ່ງແວດລ້ອມ, ໃຫ້ສອດຄ່ອງກັບການປະຕິບັດ ພັນທະການຮ່ວມ ມືລະຫວ່າງປະເທດ ແລະ ລະບຽບການສາກົນທີ່ ສປປ ລາວເປັນພາຄີ, ເພື່ອໃຫ້ສ່ອດຄ່ອງກັບການ ຈັດຕັ້ງປະຕິບັດຕົວ ຈິງທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຮັດຄຳສັ່ງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບການ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດການຝຸ່ນ, ແນວພັນພືດ ແລະ ຢາຂ້າຫຍ້າລວມທັງ ຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ. ສ່ວນການຕາຍຂອງປາໃນໜອງນັ້ນ ຕາມທຳມະດາຕ້ອງໃຫ້ຂະແໜງ ການລ້ຽງສັດວິໄຈຫາພະ ຍາດທີ່ອາດກ່ຽວຂ້ອງກັບການຕາຍຂອງປາ ແລະ ຕາມການລົງຕິດ ຕາມຕົວຈິງຂອງວິຊາການ ຢູ່ທ້ອງຖິ່ນໄດ້ໃຫ້ຄຳເຫັນວ່າ: ຢູ່ໜອງດັ່ງກ່າວ ແມ່ນໄດ້ລ້ຽງໝູໃສ່ເທິງໜອງສ່ວນຂີ້ ແລະ ສິ່ງເສດເຫລືອຂອງໝູແມ່ນ ປ່ອຍລົງໜອງດັ່ງກ່າວ ນັ້ນກໍເປັນອີກໜຶ່ງສາເຫດເຮັດໃຫ້ປາຕາຍໄດ້ເຊັ່ນກັນ.

2 comments:

  1. ຂໍຝາກ ແດ່ ເປັນເວັບໃຊ້ທີ່ລວບລວມຂໍ້ມູນທາງດ້ານການສຶກສາ ເຊັ່ນ: ດານປູກຝັງ, ການລ້ຽງສັດ, ການໃຫ້ອາຫານ, ການປະສົມພັນ, ການຂະຫຍາຍພັນ, ການປູກໄມ້ໃຫ່ຫມາກ, ການປູກພືດຜັກ, ຜັກສວນຄວົ, ຜັກສົດ,ຜັກປ່າ, ຜັກປອດສານພິດ,ຜັກການ, ຜັກສະຫລັດ, ຫອມປ້ອມ, ຜັກຊີ,ຫອມລາບ, ຫອບບົ່ວ,ຜັກອີຕູ່, ຫມາກໄມ້,ຫມາກກ້ວຍ, ໄມ້ໃຫ້ຫມາກ, ໄມ້ເສດຖະກິດ, ໄມ້ດອກໄມ້ປະດັບ,ກະສິກຳແບບຍືນຍົງ,ກະສິກຳຂຽວ,ກະສິກຳຍືນຍົງ ພືດໄຮ່,ພືດສວນ,ພືດລົ້ມລຸກ,ພືດສະຫມຸນໄພ,ພືືດເປັນຢາ,ການຕອນກີ່ງ, ການໂທມງ່າ, ການປັກຊຳ, ການຕິດຕາ, ການສຽບຍອດ,ການສຽບຂ້າງ,ການທາບງ່າ,ນ້ຳຖ່ານ, ນ້ຳສະກັດຊີວະພາບ,ນ້ຳສະຫມຸນໄພຂັບໄລ່ແມ່ງໄມ່, ກ້ວຍໄມ້, ດອກກ້ວຍໄມ້, ຂະຫຍາຍພັນດ້ວຍເນື້ອເຍື່ອ, ການກ້າເບ້ຍ, ການປັນປຸງພັນພືດ, ການໃຫ້ນ້ຳ, ການໃຫ້ປຸຍ, ການເກັບກ່ຽວຜົນຜະລິດ,ການປູກເຂົ້າ,http://hukased.blogspot.com/ ຍັງມີການປູກລ້ຽງເນື້ອເຍື່ອ, ການເຮັດອາຫານວຸ້ນລ້ຽງເນື້ອເຍື່ອ, ນອກຈາກນີ້ທ່ານສາມາດເຂົ້າໄປໄດ້ທີ່ http://hukased.blogspot.com/ http://hukased.blogspot.com/sitemap.xml

    ReplyDelete