Ad

Ad

19 January 2015

ໄຟຟ້າ​ນະຄອນຫຼວງຢືນຢັນ​ວ່າ​ບໍ່​ໄປຈົດ​ເລກ​ກົງ​ເຕ​ີ້​ໄຟບໍ່ມີ​ຄວາມ​ຈິງ



ພາຍຫຼັງທີ່ກອງປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ໄດ້​ສຳ​ເລັດ​ແລ້ວ​ກໍ​ຕາມ, ແຕ່​ຍັງ​ມີປະຊາຊົນ ບ້ານ ສີ​ບຸນ​ເຮືອງ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງວຽງ ຈັນ ສະ​ເໜີກ່ຽວກັບ​ວຽກຈົດ​ກ່າຍ​ເລກ​ກົງ​ເຕີ້​ໄຟຟ້າ​ຂອງ​ພະນັກງານ​ບໍລິສັດ​ໄຟຟ້າ ຜ່ານ​ມາ​ເຫັນ​ວ່າ​ບໍ່ມາ​ຈົດ​ກ່າຍ​ເລກ​ກົງ​ເຕີ້ ມີ​ແຕ່​ຄາດ​ຂະ​ເນ​ເອົາ​ບາງ​ເດືອນ​ເຮັດ​ໃຫ້​ໂຕ​ເລກ​ເພີ່ມ​ຂຶ້ນຫຼາຍບໍ່ຖືກ​ຕາມ​ຄວາມ​ຈິງ, ດັ່ງນັ້ນຈິງ​ສະ​ເໜີ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ພິຈາລະນາ​ແກ້​ໄຂ.
ຕໍ່ກັບ​ບັນຫາ​ດັ່ງກ່າ​ວນີ້, ທ່ານ ວົງສາ​ ນັນທະ​ວົງ ຮອງ​ຝ່າຍ​ປະຕິບັດ​ໄຟຟ້າ​ນະຄອນ ຫຼວງ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ໃນ ວັນ​ທີ 16 ມັງກອນ ຢູ່​ສະພາ​ແຫ່ງ​ຊາດ​ວ່າ: ໃນ​ປັດຈຸບັນ ຂອບເຂດ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ແມ່ນ​ມີ 9 ຕົວ​ເມືອງ ພາຍ​ໃນ​ນະຄອນຫຼວງວຽງຈັນ ແລະ ມີ​ຈຳນວນໝໍ້ນັບ​ໄຟ​ເຖິງ 2 ແສນ​ກ່ວາໜ່ວຍ, ສະນັ້ນ​ແລ້ວ​ການ​ຈົດ​ກ່າຍ​ເອົາ​​ໂຕ​ເລກ​ອາດ​ມີ​ການ​ພິດ​ພາດ ​ອາດ​ເປັນ​ຍ້ອນ​ວ່າ​ພະນັກງານ​ຂອງ​ພວກ​ເຮົາ​ມີໜ້ອຍກ່ວາ​ຈຳນວນໝໍ້ນັບ​ໄຟ ​ແລະ ຊິ​ໃຫ້​ມີ​ພະນັກງານ 2 ແສນ​ຄົນ​ເທົ່າ​ກັບ​ຈຳນວນໝໍ້ນັບ​ໄຟ​ກໍ​ເປັນ​ໄປ​ບໍ່​ໄດ້, ສະນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້ໃຫ້​ພະນັກງານເຮັດ​ເປັນ​ຈຳນວນ​ຮອບ​ວຽນກັນ​ໄປ​ຈົດ. ​ ອີກ​
ຢ່າງໜຶ່ງການ​ໄປ​ຈົດ​​ເລກ​ກົງ​ເຕີ້​ບາງ​ເຮືອນ​ບໍ່​ໄດ້​ຢູ່​ເຮືອນ ແລະ ໄດ້​ໃສ່​ກະ​​ແຈ​ຮົ້ວ​ໄວ້​ເຮັດ​ໃຫ້​ເຂົ້າ​ໄປ​ບໍ່​ໄດ​້ກໍ​ເປັນ​ອຸ​ສັກຢ່າງໜຶ່ງ​ໃນ​ການ​ເຮັດ​ວຽກ ​ ແລະ ທີ່​ບອກ​ວ່າ​ບໍ່​ໄປ​ຈົດ​​ເລກ​ກົງ​ເຕີ້​ນັ້ນຂໍ​ໃຫ້​ປະຊາຊົນ​ຊີ້​ແຈງ​ລະອຽດຕື່ມ​ອີກວ່າ​ເກີດ​ຂຶ້ນ​ຢູ່​ໃສ​ແທ້ ເພື່ອ​ທີ່​ຈະ​​ໄດ້​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ໄດ້. ມາ​ປັດຈຸບັນ​ນີ້ ພວກ​ເຮົາ​ເຊື່ອ​ວ່າການ​ຈົດ​ເລກ​ກົງ​ເຕີ້​ທີ່​ບໍ່ຖືກ​ນັ້ນຈະ​ເກີດຂຶ້ນ​ເປັນສ່ວນໜ້ອຍ​ທີ່​ສຸດ ​ແລະ ອາດ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ໃນ​ອານາ​ຄົດ, ​ເພາະ​​ໄດ້​ມີ​ມາດ​ຕະການ​ຝຶກ​ອົບຮົມ​ໃຫ້​ພະນັກງານ ​​ຫຼາຍຂຶ້ນ ແລະ ພວກ​ເຮົາ​ຈະພັດທະນາ​ຮູບ​ແບບໝໍ້ນັບ​ໄຟ​ແບບ ລໍ້ໝູນທີ່​ມີ ຄວາມ​ທ່ຽງຕົງ​ທີ່ດີ​ຂຶ້ນ ກວ່າ​ເກົ່າ ແຕ່ຖ້າ​ມີ​ຄວາມ​ຜິດ​ດ່ຽງກໍຈະ​ບໍ່ກາຍ 3 ມື້ ແລະ ໃນ​ເມື່ອ​ກ່ອນ​ອາດ​ຈະ​​ເຄີຍມີ​ຢູ່ ແລະ ຂໍ​ໂທດ​ນຳ ທ​ີ່​ເຄີຍ​ມີ​ບັນຫາ​ດັ່ງກ່າວ​ນັ້ນ.

No comments:

Post a Comment