Ad

Ad

19 January 2015

ສົກປີນີ້ລັດຍັງບໍ່ເພີ່ມເງິນເດືອນໃຫ້ພະນັກງານ



ພາຍຫລັງມີພະນັກງານລັດ ຖະກອນຈຳນວນບໍ່ໜ້ອຍສົນໃຈ ວ່າ: ສົກປີນີ້ລັດຖະບານ ຈະຂື້ນເງິນ ເດືອນເພີ່ມຫລືບໍ່ ? ເພາະວ່າຄ່ານ້ຳ, ໄຟຟ້າ ແລະ ລາຄາສີນຄ້າອຸປະ ໂພກ-ບໍລິໂພກ ຢູ່ທ້ອງຕະຫລາດກໍມີລາຄາສູງຂຶ້ນເລື້ອຍໆ, ຕໍ່ບັນຫາດັ່ງ ກ່າວທ່ານ ດຣ ບຸນເຫລືອ ສີນໄຊວໍ ຣະວົງ ຫົວໜ້າກົມງົບປະມານກະ ຊວງການເງິນໃຫ້ຮູ້ວ່າ: ສົກປີນີ້ ລັດ ຖະບານຈະບໍ່ຂຶ້ນເງິນເ ດືອນໃຫ້ພະນັກງານລັດຖະກອນເທື່ອ, ເພາະ ວ່າເລີ່ມແຕ່ສົກປີ 2012-2013 ໄດ້ເພີ່ມເງິນ ເດືອນໃຫ້ພະນັກງານ ລັດຖະກອນຈາກ 3.500 ມາເປັນ 4.800 ກີບຕໍ່ດັດສະນີ ແລະ ໃນສົກ ປີ 2013-2014 ເພີ່ມຂຶ້ນເປັນ 6.700 ກີບຕໍ່ດັດສະນີ, ເຊິ່ງເຫັນວ່າ ເພີ່ມຂຶ້ນແບບເທົ່າຕົວ ຫລາຍສົມ ຄວນ, ສະນັ້ນໃນສົກປີ 2014-2015 ນີ້ ລັດຖະ ບານໄດ້ຕົກລົງຮັກສາເງິນເດືອນ ໄວ້ລະດັບເກົ່າ, ເນື່ອງຈາກວ່າຄັງເງິນເດືອນລວມຂອງພະນັກງານລັດຖະກອນທົ່ວປະ ເທດກໍແມ່ນສູງສົມຄວນແລ້ວ ເມື່ອທຽບກັບລາຍຮັບພາຍໃນທີ່ປະຕິບັດໄດ້, ແນວໃດກໍຕາມ, ລັດຖະ ບານເຂົ້າໃຈດີວ່າເງິນເດືອນທີ່ກຳ ນົດໃນປັດຈຸບັນ ຍັງບໍ່ພຽງພໍຖ້າທຽບໃສ່ຄ່າຄອງຊີບທີ່ສູງຂຶ້ນເລື້ອຍໆ, ແນວໃດກໍດີ, ກະຊວງການເງິນພວມປະສານສົມທົບກັບພາກ ສ່ວນກ່ຽວຂ້ອງອື່ນໆ ເພື່ອຄົ້ນຄວ້ານະ ໂຍບາຍເງິນເດືອນໃນຕໍ່ໜ້າແນໃສ່ ແກ້ໄຂຊີວິດການເປັນຢູ່ຂອງພະນັກ ງານ ລັດຖະກອນໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment