Ad

Ad

19 January 2015

ລາວ-ຍີ່ປຸ່ນ ຈະ​ເປີດ​ໃຫ້ບໍລິການຂົນສົ່ງ​ທາງອາກາດໂດຍ​ກົງລະຫວ່າງສອງປະເທດ



          ສປປ ລາວ ​ແລະ ຍີ​່ປຸ່ນ, ມີ​ແຜນ​ຈະ​ເປີດ​ໃຫ້​ບໍລິການ​ຂົນ​ສົ່ງ​ທາງ​ອາກາດ​ໂດຍ​ກົງ​ໃນ​ອີກ​ບໍ່​ດົນຂ້າງ​ໜ້າ​ນີ້, ຫລັງ​ຈາກ​ສອງ​ປະ​ເທດ​ໄດ້​ສຳ​ເລັດ​ການ​ລົງ​ນາມສັນ ຍາ​ການຂົນ​ສົ່ງ​ທາງ​ອາກາດຮ່ວມ​ກັນ​​ໃນ​ວັນ​ທີ 16 ມັງກອນ​ນີ້,​ ຢູ່​ນະຄອນຫລວງ​ວຽງ​ຈັນລະຫວ່າງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ທູດຍີ່ປຸ່ນປະຈຳລາວ.
           ທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ການ​ລົງ​ນາມ​ຄັ້ງນີ້​ແມ່ນ​ພື້ນຖານ​ຂອງ​ການ​ລິ​ເລີ່​ມກາ​ນຮ່ວມ​ມື​ອັນ​ເປັນ​ປະຫວັດສາດ​ດ້ານ​ການບິນ​ພົນລະ​ເຮືອນ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສາຍ​ການບິນ​ສອງ​ປະ​ເທດ​ໄດ້​ໄປມາຫາສູ່​ກັນ​ແບບ​ໂດຍ​ກົງ, ບໍ່​ຜ່ານ​ປະ​ເທດ​ທີ​ສາມ, ປະຢັດ​ເວລາ ​ແລະ ຫລຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ​ໄປ​ມາ​ສອງ​ປະ​ເທດ​ດ້ວຍ​ສາຍ​ການບິນ​ນຳ​ດ້ວຍ. ພ້ອມ​ນີ້ຍັງ​ສາມາດ​ເຮັດ​ໃຫ້​ສາຍ​ການບິນ​ສອງ​ປະ​ເທດ​ຜ່ານ​ນ່ານຟ້າ​ຊຶ່ງ​ກັນ ​ແລະ ກັນ, ​ເປັນ​ການ​ປະກອບສ່ວນດຶງ​ດູດທາງ​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ອື່ນໆ, ກໍ​ຄື​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ​ຊາດນຳ​ດ້ວຍ.

           ທ່ານ​ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ ກ່າວ​ວ່າ:ສາຍ​ການບິນ​ຈາກຍີ​ປຸ່ນ​ໄດ້​ບີນຜ່ານ ສປປ ລາວ ມາ​ໄດ້​
ຫລາຍ​ປີ​ແລ້ວ,​ ແຕ່​ຍັງ​ບໍ່​ທັນ​ມີ​ສັນຍາ​ຮ່ວມ​ກັນ​ທາງ​ດ້ານ​ການ​ບີນ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ບໍລິການ​ບິນລະຫວ່າງ​ສອງ​ປະ​ເທດ, ​ເຊິ່ງບັນຫາ​ດັ່ງກ່າວ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງ​ລາວ,​ ໄດ້​ມີ​ຄວາມ​ພະຍາຍາມ​ໃນການພົວພັນ​ປະ ສານ​ງານ​ກັບປະ​ເທດ​ຍີ​ປຸ່ນມາ​ປະມານ 7-8​ ປີ​ແລ້ວ​ແຕ່​ເນື່ອງ​ຈາກຍີ່ປຸ່ນ​ເຫັນ​ວ່າ​ສາຍ​ການບິນ​ຂອງລາວ​ເຮົາ​ເວລາ​ນັ້ນ​ແມ່ນ​ຍັງ​ບໍ່​ທັນມີ​ຄວາມ​ພ້ອມ​ທາງ​ດ້ານ​ລະບົບ​ການບິນ ​ແລະ ການ​ຕະຫລາດ,​ ແຕ່​ມາ​ຮອດ​ປັດຈຸບັນ​ນີ້, ຍີ່​ປຸ່ນກໍ​​ໄດ້ຍອມຮັບ​ວ່າ ການ​ບິນລາວ​ແມ່ນ​ມີ​ຄວາມ​ພ້ອມ​ຫລາຍດ້ານ ​ແລະ ​ໄດ້​ພັດທະນາ​ລະບົບ​ການ​ບີນ​ໃຫ້​ທັນ​ສະ​ໄໝ ​ແລະ ຜ່ານ​ການ​ທົດ​ລອງ​ໃຫ້ບໍລິການສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ລາວ-ຍີ່ປຸ່ນ ​ແບບ​​ເໝົາ​ລຳກໍ​ເຫັນ​ວ່າ​ມີ​ຜູ້​ໂດຍສານ ​ແລະ ນັກ​ທ່ອງ​ທ່ຽວ​ໃຊ້​ບໍລິການ​ເປັນ​ຈຳນວນ​ຫລາຍ.
           ທ່ານ​ຫົວໜ້າ​ກົມ​ການ​ບິນພົນລະ​ເຮືອນ​ ກ່າວ​ວ່າ: ສຳລັບ​ການ​ຮ່ວມ​ມື​ດ້ານ​ການ​ບີນລະຫວ່າງ​ລາວ-ຍີ່​ປຸ່ນ ​ແມ່ນ​ມີ​ຫລາຍ​ດ້ານ​ໂດຍ​ສະ​ເພາະ​ນັບ​ແຕ່​ຊຸມ​ປີ 1980 ​ເປັນຕົ້ນ​ມາ​ແມ່ນ​ມີ​ການ​ຊ່ວຍ​ເຫລືອ​ລ້າຈາກ​ຍີ່ປຸ່ນ​ເປັນຈຳນວນຫລາຍ ເຊັ່ນ:​ ການກໍ່ສ້າງ​ສະໜາມ​ບິນ​ວັດ​ໄຕ, ລະບົບ​ຈາລະ​ຈອນ​ທາງ​ອາ​ກາດ, ສູນ​ດັບ​ເພີງ, ລະບົບ​ໄຟຟ້າ​ສຳຮອງ, ຂະຫຍາ​ຍ ລານ​ຈອດ​ເຮືອບິນ, ຕໍ່​ເຕີມ​ອາຄານ​ຜູ້​ໂດຍສານ, ພັດທະນາ​ລະບົບ​ວິທະຍຸ​ການ​ບິນ​ແບບ​ໃໝ່ ​ແລະ ອື່ນໆ.

No comments:

Post a Comment