Ad

Ad

19 January 2015

ຊີ້ນຳ​ຂະ​ບວນຮັກ​ຊາດພັດທະນາກຽມ​ກອງ​ປະຊຸມ​ພັກສາມ​ຂັ້ນ​ໃຫ້ 6 ແຂວງ​ພາກ​ເໜືອ​



           ຄະນະພັກ 6 ແຂວງພາກ​​ເໜືອຄື:​ ແຂວງ​ຫລວງ​ພະ​ບາງ, ​ອຸດ​ົມ​ໄຊ,​ຫລວງ​ນ້ຳ​ທາ, ບໍ່​ແກ້ວ,​​ ໄຊ​ຍະ​ບູລີ ແລະ ແຂວງຜົ້ງ​ສາລີ, ໄດ້ເຂົ້າຮ່ວມຮັບ​ຟັງການ​ຊີ້ນຳ​ວຽກ ງານເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ X ຂອງພັກຈາກ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ອະນຸ​ກຳ ມະການ​ໂຄສະນາ- ຂະ​ບວນການ​ ເມື່ອວັນທີ 16 ມັງກອນ ນີ້ຢູ່ແຂວງ​ອຸດົມ​​ໄຊ.​ ໃນ​ໂອກາດ​ນີ້, ທ່ານ​ປະທານສະພາໄດ້​​ເນັ້ນໃຫ້​ຄະນະ​ພັກ​ຂອງ​ແຕ່ລະ​ແຂວງ​ກວດກາ​ຄືນ​ໂຄງ​ປະ​ກອບ​ການຈັດ​ຕັ້ງ​ຂອງ​ຄະນະ​ຮັບຜິດຊອບ​ຊີ້​ນຳ​ວຽກ​ງານ​ໂຄສະ ນາ-ຂະ​ບວນການ​ຂອງ​ແຕ່ລະ​ແຂວງ​ໃນ​ການ​ກະກຽມ​ກອງ​ປະຊຸມ 3 ຂັ້ນ​ຂອງແຂວງ​, ໃຫ້ສ້າງ​​ແຜນ​ເຄື່ອນ​ໄຫວ​ຂອງ​ຄະ ນະ​ໂດຍ​ຕິດ​ພັນ​ກັບ​ວຽກ​ງານ​ສິດ ​ແລະ ພາລະ​ບົດບາດ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ຈັດ​ຕັ້ງ​ກອງ​ເລຂາ​ເພື່ອ​ຊ່ວຍ​ວຽກດຳ​ເນີນ​ໂຄສະນາ​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ຕິດ​ພັນ​ກັບ​ການ​ປຸກລະດົມ​ຊຸກ​ຍູ້​ຂະ​
ບວນແຂ່ງ ຂັນ​ຮັກ​ຊາດ ​ແລະ​ ພັດທະນາ​ ກໍ​ຄື ​ຂະ​ບວນ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ແຂວງ​ ພ້ອມ​ທັງ ສືບ​ຕໍ່​ຊຸກ​ຍູ້​ວຽກງານ​ປ້ອງກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແທດ​ເຖິງ​ກວ່າ​ເກົ່າ,ຕ້ອງ​ເຮັດ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຖອງ​ໂດຍ​ສືບ​ຕໍ່ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຢູ່​ໃນ​ກົງຈັກ​ລັດ ​ແລະ ສັງຄົມ​ໃຫ້​ຫລຸດ​ລົງ​ເທື່ອ​ລະ​ກ້າວ.ສະ​ເໜີ​ໃຫ້​ເອົາ​ໃຈ​ໃສ່​ຊີ້​ນຳ​ອົງການ​ປົກ​ປ້ອງ​ກົດໝາຍ​ແກ້​ໄຂ​ບັນດາ​ຄະດີ​ຕ່າງໆ​​ໃຫ້​ມີ​ຄວາມ​ສະຫງົບ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ, ຕາມ​ຄວາມ​ຈິງ ​ແລະ ມີ​ຄວາມ​ຍຸຕິ​ທຳ,​ ເຮັດ​ໃຫ້​ສັງຄົມ ​ແລະ ປະຊາຊົນ​ມີ​ຄວາມ​ສະຫງົບ​ຢູ່​ໃນ​ແຕ່​ລະ​ບ້ານ, ຄອບຄົວ ​ແລະ ສືບ​ຕໍ່​ປະຕິບັດ​ວຽກ​ງານ 3 ສ້າງ​ໃຫ້​ແຂງ​ແຮງ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ນັ້ນ​ ກໍ​ຕ້ອງ​ສຸມ​ໃສ່ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຄາດໝາຍ ​ແລະ ທິດ​ທາງ​ໃນ​ມະຕິ IX ​ໃຫ້​ໄດ້​ຕາມ​ແຜນ ຫລື ລື່ນ​ແຜນ​,ນອກ​ນັ້ນ​ກໍ​ໃຫ້​ສຸມ​ໃສ່ແກ້​ໄຂບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ເພື່ອ​ການ​ພັດ​ທະນາ,​​ໃຫ້ບັນລຸ​ຄາດໝາຍ​ໃນ​ປີ 2015 ​ເປັນ​ຕົ້ນ​ເປົ້າ​ໝາຍ​ທີ 9 ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ, ​ເປົ້າ​ໝາຍ​ທີ 2 ທຸກ​ຄົນ​ໄດ້​ຮັບ​ການ​ສຶກສາ​ຂັ້ນ​ປະຖົມ​ຢ່າງ​ທົ່ວ​ເຖິງ ​ແລະ ​ເປົ້າ​ໝາຍ​ທີ 4 , 5 ຫລຸດຜ່ອນ​ການ​ເສຍ​ຊີວິດ​ຂອງ​ເດັກ ​ແລະ ສົ່ງ​ເສີມ​ສຸຂະພາບ​ຂອງ​ແມ່. ສຳ​ລັບ​ການ​ລົບ​ລ້າງ​ຄວາມທຸກ​ຍາກກໍ​ໃຫ້​ສຸມ​ໃສ່​ເມືອງ​ທີ່​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ​,ທ້າຍ​ປີ 2015 ບັນດາ​ເມືອງ​ທີ່​ນອນ​ໃນ​ເປົ້າ​ໝາຍ​ທຸກ​ຍາກ​ຕ້ອງ​ໄດ້​ແກ້​ໄຂ​ໂດຍ​ສະ​ເພາະ​ແຂວງ​ໃດ​ທີ່​ມີ​ເງື່ອນ​ໄຂ ​ແລະ ໃຫ້​ກວດຄືນ​ໃນ 9 ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ເພື່ອ​ຕີ​ລາຄາ​ໃຫ້​ມີ​ຄວາມ​ຊັດ​ເຈນ​ກໍ​ຄື​ການ​ປະຕິບັດ​ວຽກ​ງານ ​3 ສ້າງ, ພັດທະ
ນາ​ຊົນນະບົດ​ຮອບດ້ານ​ຕາມ 4 ​ເນື້ອ​ໃນ 4 ຄາດໝາຍຂອງ​ພັກ​ວາງ​ອອກ.

No comments:

Post a Comment