ວັນທີ 18 ມັງກອນ ນີ້, ທີ່ບໍລິສັດ ພີເອັສ (ps) ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຂາອອກ-ຂາເຂົ້າ
ຄົບວົງຈອນ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ມອບລາງວັນ ຄືນກຳໄລໃຫ້ລູກຄ້າ, ລວມມູນຄ່າຫຼາຍກ່ວາ
10 ຕື້ກີບ, ໃນນັ້ນມີລົດໃຫຍ່ 7 ຄັນ, ຄຳຮູບປະພັນ 8 ກິໂລ.
ທ່ານ ອຳນວຍການບໍລິສັດ
ພີເອັສ ສົ່ງເສີມກະສກຳ ແລະ ອຸດສາຫະກຳ ກ່າວວ່າ: ການຈັດງານດັ່ງກ່າວນີ້ ເພື່ອ
ມອບລາງວັນ ໃຫ້ບັນດາສະມະຊິກນ້ຳດື່ມລາວທົ່ວປະເທດ ເປັນຄັ້ງທີ 2, ຄັ້ງທີໜຶ່ງແມ່ນໄດ້ຈັດຂຶ້ນໃນວັນທີ
28 ພະ ຈິກ 2014 ຜ່ານມາ. ນອກຈາກນັ້ນ, ພາຍໃນງານຍັງມີການແຈກຂອງລາງວັນ
ສຳຫຼັບແຂກທຸກໆຄົນທີ່ເຂົ້າມາຮ່ວມງານ ຫຼາຍກວ່າ 200 ລາງວັນ.
ບໍລິສັດ ພີເອັສ ໄດ້ເຄື່ອນໄຫວມາໄດ້ 2 ປີ ກວ່າ, ປັດຈຸບັນມີສະມາຊິກປະມານ
17 ພັນ ຄົນ, ນະໂຍບາຍ ຫຼັກຂອງບໍລິສັດແມ່ນສ້າງວຽກເຮັດງານທຳໃຫ້ປະຊາຊົນ, ສ້າງໃຫ້ຄົນລາວທຸກຄົນກາຍເປັນສະມະຊິກຂອງບໍລິສັດ
ພີເອັສ, ໂດຍຊື້ນ້ຳດື່ມຜ່ານລະບົບທະນາຄານຄື: ທະນາຄານການຄ້າຕ່າງປະເທດລາວ,
ສົ່ງເສີມກະສິກຳ ແລະ ພັດທະນາລາວ ເພື່ອເປີດບັນຊີຝາກປະຢັດເປັນເງີນກີບທຸກໆຄັ້ງທີ່ບໍລິໂພກສິນຄ້າເງິນຈະກັບຄືນເຂົ້າບັນຊີຂອງທ່ານທຸກໆເດືອນ
ແລະ ປັດຈຸບັນ ບໍລິສັດ ແມ່ນສະໜອງຜະລິດຕະພັນນ້ຳດື່ມລາວ
ແລະ ພັກປອດສານພິດ.

No comments:
Post a Comment