ໃນວັນທີ 16 ມັງກອນຜ່ານມານີ້, ສະຖານທູດຍີ່ປຸ່ນປະຈຳລາວ,ໄດ້ຈັດງານລ້ຽງສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດລະຫວ່າງສ ປປ ລາວ ແລະ ຍີjປຸ່ນຄົບຮອບ 60 ປີ (5 ມີນາ 1955 - 5 ມີນາ 2015 )ທີ່ໂຮງແຮມລາວ ພລາຊາ,ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ຣີໂຣະຢູກິ ກິຊິໂນເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງປະເທດ ຍີ່ປຸ່ນປະຈຳລາວ,ມີບັນດາລັດຖະມົນຕີ,ພ້ອມແຂກຖືກເຊີນທັງລາວ-ຍີ່ປຸ່ນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ,ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດຂອງລາວ ແລະ ທ່ານ ກາຊຶຢູກິ ນາກາເນະ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ຜັດປ່ຽນກັນຂຶ້ນມີຄວາມເຫັນໃນພິທີ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອໃນຕະຫລອດໄລຍະ 60
ປີຜ່ານມາ,ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນການນຳຂັ້ນສູງຂອງທັງສອງປະເທດໄດ້ມີການແລກປ່ຽນຢ້ຽມ ຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນ ແລະ ດ້ວຍຄວາມພະຍາຍາມຂອງທັງສອງຝ່າຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງຊາດ ລາວ-ຍີ່ປຸ່ນໄດ້ຮັບການເສີມຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໄດ້ຖືກຍົກລະດັບໃຫ້ສູງຂຶ້ນຕະຫລອດມາ, ເຊິ່ງທັງສອງປະເທດໄດ້ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຫລາຍໆດ້ານໂດຍສະເພາະຂົງເຂດການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອື່ນໆ.

No comments:
Post a Comment