Ad

Ad

20 January 2015

ສະພາບອາກາດ ຍັງຈະສືບຕໍ່ໜາວຕື່ມອີກ



     ບໍລິເວນຄວາມກົດດັນສູງຂອງອາກາດໜາວ ມີກຳລັງປານກາງຫາແຮງ ປົກຄຸມຢູ່ທົ່ວທຸກພາກຂອງ ລາວ, ສົມທົບ ກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດຍັງໜາວ ເຢັນຕື່ມອີກ ສະເພາະວັນທີ 20 ມັງກອນ 2015 ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງ ຈະໜາວ ລົງຕື່ມອີກ ຢູ່ແຂວງພາກເໜືອ ດ້ານຕາ ເວັນອອກ, ໄຊສົມບູນ, ເຂດພູພຽງບໍລະເວນປາກຊ່ອງ ແລະ ນິຄົມ 34 ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ.
     ​- ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວ ໄປໃນຕອນ ກາງຄືນ ຫາ ຕອນເຊົ້າ, ໂດຍສະເພາະຢູ່ເຂດພູສູງ, ພູດອຍ ອຸນຫະພູມຕ່ຳສຸດ 7-9 ອົງສາ ແລະ ສູງສຸດ 19-21 ອົງສາ.
     - ພາກເໜືອດ້ານຕາເວັນຕົກ: ອາກາດຍັງເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນກາງຄືນ ຫາ ຕອນເຊົ້າ. ສະເພາະຢູ່ແຂວງອຸດົມໄຊ ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມ ອຸນຫະພູມຕ່ຳສຸດ 16-16 ອົງສາ ແລະ ສູງສຸດ 25-27 ອົງສາ. ສຳລັບເມືອງວຽງພູຄຳ ແລະ ເມືອງສິງ: ອາກາດຍັງໜາວເຢັນ ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 24-26 ອົງສາ.

     - ພາກກາງ: ມີເມກເປັນບາງສ່ວນ, ອາກາດຍັງເຢັນ ຫາ ໜາວເຢັນຢູ່ຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງ ພາກ. ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງ ສຸດ 27-29 ອົງສາ. ສຳລັບແຂວງໄຊສົມບູນ, ເມືອງ ວຽງທອງ: ອາກາດຍັງສືບຕໍ່ໜາວເຢັນພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 24-26 ອົງສາ.
     - ພາກໃຕ້: ອາກາດຍັງສືບຕໍ່ເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 29-31 ອົງສາ. ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນ ຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 22-24 ອົງສາ.
     - ນະຄອນຫລວງວຽງຈັນ: ມີເມກປົກຫຸ້ມເປັນບາງສ່ວນ, ອາກາດຍັງໜາວເຢັນ, ພ້ອມມີໝອກບາງ ປົກຫຸ້ມຢູ່ ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 26-28 ອົງສາ.

No comments:

Post a Comment