Ad

Ad

20 January 2015

ສານຕັດສີນກຸ່ມໄວລຸ້ນອັນຕະພານຈຳຄຸກແຕ່ 6 ເດືອນ ຫາ 1 ປີ 4 ເດືອນ



    ເມື່ອທ້າຍອາທິດຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດທ້າວ ແອນ້ອຍ ອາຍຸ 28 ປີ, ທ້າວ ໂກມິນ ອາຍຸ 24 ປີຢູ່ບ້ານດຸງ, ທ້າວ ບຸນຍົງ ອາຍຸ 19 ປີຢູ່ບ້ານນາບຽນ, ເມືອງໄຊເສດຖາ, ນະຄອນຫລວງ ວຽງຈັນຈຳຄຸກ 1 ປີ 4 ເດືອນ, ພ້ອມປັບໃໝ 1,2 ລ້ານກີບໃນຂໍ້ຫາທຳຮ້າຍຮ່າງກາຍ ແລະ ມີປືນໄວ້ຄອບຄອງຜິດກົດ ໝາຍ ແລະ ທ້າວ ຄຳຫລ້າ ອາຍຸ 21 ປີຢູ່ບ້ານໂຊກໃຫຍ່, ທ້າວ ບຸນທົມ ອາຍຸ 21 ປີຢູ່ບ້ານນາບຽນ ແລະ ທ້າວ ທະໂນ ສິນ ອາຍຸ 19 ປີຢູ່ບ້ານດຸງ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ ຈຳຄຸກ 6 ເດືອນ, ພ້ອມປັບໃໝ 5 ແສນກີບ. ໃນຂໍ້ຫາປິດບັງການກະທຳຜິດ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 12 ກັນຍາ 2013 ພວກກ່ຽວໄດ້ ອອກຈາກຮ້ານບັນເທິງແຫ່ງໜຶ່ງໃນເຂດຫລັກ 21, ຫລັງຈາກນັ້ນກໍໄດ້ພົບກັບໄວລຸ້ນອີກສອງຄົນຢູູ່ຮ້ານເບຍໃກ້ຮ້ານບັນ ເທິງດັ່ງກ່າວຈຶ່ງມີການເວົ້າສຽດສີ ແລະ ຕີກັນຈົນ ມີຜູ້ບາດເຈັບສາຫັດ ແລະ ມີການໃຊ້ປືນຈີ້ຂົ່ມຂູ່ໄວລຸ້ນອີກຄົນໜຶ່ງ ທີ່ພະຍາຍາມຈະເຂົ້າມາຊ່ວຍໝູ່ທີ່ຖືກຕີຢ່າງທາລຸນ, ຫລັງຈາກນັ້ນພວກກ່ຽວກໍພາກັນຫລົບໜີໄປ ແລະ ມື້ຕໍ່ມາຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment