Ad

Ad

20 January 2015

ຕຳຫລວດເລັ່ງ ນຳຈັບຄູ່ກໍລະນີ ຕຳຄົນເສຍຊີວິດແລ້ວລົບໜີ



    ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນເວລາ 1 ໂມງເຊົ້າ ຂອງວັນທີ 18 ມັງກອນນີ້, ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານໜອງແຕ່ງ, ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ໄດ້ເກີດອຸປະຕິເຫດລົດໃຫຍ່ ຕຳທ້າຍລົດຈັກ ໝາຍເລກທະບຽນ ດກ 7108 ກຳແພງນະຄອນ ຂັບຂີ່ ໂດຍທ້າວ ແກ້ວ ອາຍຸ 26 ປີ ອາຊີບທະຫານ, ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ເຮັດໃຫ້ຜູ້ຊ້ອນທ້າຍຄື:  ທ້າວ ສຸກ ອາຍຸ 31 ປີ, ອາຊີບທະຫານ ຢູ່ກອງພັນໃຫຍ່ 11 ເມືອງສີໂຄດ ຕະບອງ ເສຍຊີວິດຄາທີ່. ໃນເບື້ອງຕົ້ນເຈົ້າໜ້າທີ່ໃຫ້ ຮູ້ວ່າ: ລົດທັງສອງຄັນແລ່ນມາແຕ່ທາງສີເກີດເພື່ອມຸ້ງໜ້າໄປທາງ ໜອງແຕ່ງ ເມື່ອມາຮອດຈຸດເກີດເຫດລົດຈັກໄດ້ຊະລໍລົດ ເພື່ອ ຫລີກຂຸມ ແຕ່ລົດໃຫຍ່ທີ່ແລ່ນມາຕາມຫລັງໄດ້ໄປ ຕຳເອົາທ້າຍລົດຈັກເຮັດໃຫ້ຄົນຂັບລົດຈັກຟົ້ງໄປຝາກເບື້ອງກົງກັນຂ້າມ
ສ່ວນຄົນຊ້ອນທ້າຍ ແມ່ນຟົ້ງໄປທາງໜ້າລົດ ເຮັດໃຫ້ລົດ ໃຫຍ່ຄັນດັ່ງກ່າວ ຢຽບເອົາຫົວ  ສົ່ງຜົນໃຫ້ເສຍຊີວິດແລ້ວ ລົດໃຫຍ່ ຄັນດັ່ງກ່າວຫລົບໜີ. ຊຶ່ງປັດຈຸບັນເຈົ້າ ໜ້າທີ່ກຳລັງເລັ່ງນຳຈັບຕົວຜູ້ກ່ຽວເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
    ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ຕື່ມວ່າ: ນັບແຕ່ ວັນທີ 12-18 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນ, ມີອຸ ປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 31 ກໍລະນີ, ມີຜູ້ເສຍຊີວິດ 3  ຄົນ, ທຽບກັບອາທິດກ່ອນເຫັນວ່າຫລຸດລົງ.

No comments:

Post a Comment