Ad

Ad

20 January 2015

ນັກທຸລະກິດໄທເປີດສູນການຄ້າໃໝ່ຢູ່ໜອງຄາຍແນໃສ່ລູກຄ້າລາວ



     ບໍລິສັດ ທີຊີຊີ ໂລຈິສຕິກ ແອນ ແວເຮົາ ຈຳກັດ, ໄດ້ເປີດສູນການຄ້າ ແຫ່ງໃໝ່ຊື່ວ່າ: ເອັມເອັມ ເມກາມາເກັດ (MM Maga Maket) ຕັ້ງຢູ່ໃຈ ກາງເທດສະບານເມືອງໜອງຄາຍ, ປະເທດໄທ, ເພື່ອຮອງຮັບການຂະ ຫຍາຍຕົວດ້ານເສດ ຖະກິດ ແລະ ການເຊື່ອມໂຍງເປັນປະຊາຄົມເສດ ຖະ ກິດອາຊຽນໃນທ້າຍປີ 2015 ນີ້, ຂະນະທີ່ຜູ້ບໍລິຫານລະດັບສູງ ຂອງສູນ ການຄ້າດັ່ງກ່າວເປີດເຜີຍວ່າ: ສູນການຄ້າແຫ່ງນີ້ສ້າງຂື້ນກໍເພື່ອແນໃສ່ລູກຄ້າຈາກປະເທດລາວ,ໂດຍມີທ່ານເອກ ອັກ ຄະລັດຖະທູດລາວປະຈຳປະເທດໄທ ຫລີ ບຸນຄ້ຳເຂົ້າຮ່ວມ ແລະ ກ່າວສະແດງຄວາມຍີນດີໃນພິທີເປີດເມື່ອວັນທີ 18 ມັງກອນນີ້.
   ທ່ານ ພິດສະນຸ ພົງວັດທະນາ ຜູ້ຊ່ວຍອຳນວຍການໃຫຍ່ ບໍລິສັດ ທີຊີຊີ ໂລຈິສຕິກ ແອນ ແວເຮົາ ຈຳກັດ ກ່າວວ່າ:ສູນ
ການຄ້າແຫ່ງນີ້ມີເນື້ອທີ່ທັງໝົດ 17 ພັນຕາແມັດ, ເພື່ອໃຫ້ບໍລິການຈຳໜ່າຍສີນຄ້າອຸປະໂພກ-ບໍລິໂພກທັງຂາຍຍ່ອຍ ແລະ ຂາຍຍົກດ້ວຍລາຄາທີ່ເໝາະສົມ, ມີການອອກແບບໃຫ້ບໍລິການລູກຄ້າດ້ວຍຄວາມສະດວກ, ທັນສະໄໝ ແລະ ວ່ອງໄວ ຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າໄດ້ເປັນຢ່າງດີ, ໂດຍສະເພາະແມ່ນລູກຄ້າຈາກປະເທດລາວທີ່ເດີນ ທາງມາທ່ອງທ່ຽວ ແລະ ຊື້ສີນຄ້າໃນແຕ່ລະມື້. ສູນການຄ້າແຫ່ງນີ້ຈະສາມາດຮອງຮັບການເຂົ້າສູ່ປະຊາຄົມເສດຖະກິດອາ ຊຽນ (AEC) ແລະ ຈະມີແຜນຂະຫຍາຍເພີ່ມອີກ 15 ສາຂາໃນຕົວເມືອງໃຫຍ່ຕາມແຂວງຊາຍແດນຕ່າງໆໃນປີ 2020 ແລະ ພາຍໃນ 5 ປີຄາດວ່າຈະມີຍອດຂາຍຫລາຍກວ່າ 12 ພັນລ້ານບາດ.
    ທ່ານເອກອັກຄະລັດຖະທູດລາວປະຈຳປະເທດໄທ ກ່າວວ່າ: ລາວ-ໄທ ເປັນປະເທດບ້ານໃກ້ເຮືອນຄຽງ, ປະ
ຊາຊົນສອງປະເທດມີຄວາມສາມັກຄີຮັກແພງ, ມີການໄປມາຫາສູ່ຢ້ຽມຢາມ, ຊື້ຂາຍແລກປ່ຽນສີນຄ້າເຊິ່ງກັນ ແລະ ກັນ, ໂດຍສະເພາະພາຍຫລັງມີຂົວມິດຕະພາບໜຶ່ງທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງວຽງຈັນກັບແຂວງໜອງຄາຍຍິ່ງເຮັດ ໃຫ້ການພົວພັນ, ຄົມມານາຄົມຂົນສົ່ງ, ການຄ້າຂາຍ ແລະ ການທ່ອງທ່ຽວຂອງປະຊາຊົນສອງຊາດໄດ້ຮັບການເພີ່ມທະ ວີຂຶ້ນເລື້ອຍໆ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງສອງປະເທດມີການເຕີບໃຫຍ່ ຂະຫຍາຍຕົວຢ່າງກ້າວກະໂດດ.
     ທ່ານ ສຸຊາດ ນົບພະວັນ ເຈົ້າແຂວງໜອງຄາຍ ກ່າວວ່າ: ພາຍຫລັງເປີດນຳໃຊ້ຂົວມິດຕະພາບແຫ່ງທີໜຶ່ງວຽງຈັນ-ໜອງຄາຍ,ໄດ້ເຮັດໃຫ້ເສດຖະກິດຂອງແຂວງໜອງຄາຍຂະຫຍາຍຕົວຢ່າງໄວວາໃນແຕ່ລະປີ, ຕົວເລກການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວ ມີຈຳນວນເພີ່ມຂຶ້ນຫລາຍ, ໂດຍສະເພາະໃນປີ 2014 ຜ່ານມາມີນັກທ່ອງທ່ຽວເຂົ້າມາ ແຂວງໜອງຄາຍເກືອບ 2 ລ້ານເທື່ອຄົນ, ສ່ວນຫລາຍແມ່ນມາຈາກ ສປປ ລາວ.

No comments:

Post a Comment