Ad

Ad

20 January 2015

ລັດຊີ້ແຈງການຄວບຄຸມລາຄານ້ຳມັນເຊື້ອໄຟ



     ກະຊວງອຸດສະຫະກຳ ແລະ ການຄ້າ, ໄດ້ອອກມາຊີ້ແຈງກ່ຽວກັບການຄວບຄຸມລາຄານ້ຳມັນເຊື້ອໄຟຂອງ
ລັດຖະບານ, ພາຍຫລັງມີປະຊາຊົນກໍຄືສັງຄົມມີຄວາມເຂົ້າໃຈວ່າ:ສີນຄ້າອຸປະໂພກ-ບໍລິໂພກຢູ່ຕາມທ້ອງ
ຕະຫລາດມີລາຄາແພງ,ຄ່າຂົນສົ່ງໂດຍສານສາທາລະນະຕ່າງໆມີລາຄາສູງກໍຍ້ອນນ້ຳມັນເຊື້ອໄຟຢູ່ປະເທດເຮົາ ມີລາຄາສູງ.
     ກະຊວງດັ່ງກ່າວໃຫ້ຮູ້ວ່າ: ນ້ຳມັນເຊື້ອໄຟຖືເປັນສີນຄ້າຍຸດທະສາດ ແລະ ຄວບຄຸມລາຄາຂອງລັດຖະບານ, ໂດຍ ລັດຖະບານໄດ້ກຳນົດລາຄາວິກິດ ຫລື ລາຄາເພດານຂອງນ້ຳມັນແອດຊັງທຳມະດາ 11 ພັນກີບ ແລະ ກາຊວນ 10 ພັນ ກີບຕໍ່ລິດ ແລະ ການດັດປັບລາຄາຂື້ນລົງແຕ່ລະຄັ້ງແມ່ນບໍ່ໃຫ້ເກີນ 5% ແລະ ມີການຄິດໄລ່ລາຄາຕົ້ນທຶນຕາມອົງ ປະກອບຄື: ພາສີນຳເຂົ້າ, ການນຳເຂົ້າຕົວຈິງ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມຕົ້ນທາງ, ກອງທຶນທາງ, ຄວາມສ່ຽງ, ສີ້ນເປືອງ, ຄັງແຮ, ກຳໄລຂາຍຍົກ, ອາກອນມູນຄ່າເພີ່ມມອບຕື່ມ, ຄ່າບໍລິການປ້ຳ. ໃນປີ 2014 ໄດ້ມີການປັບລາຄາ 15 ຄັ້ງ ແລະ ປັບລາຄາລົງ 1 ຄັ້ງ ໃນປີ 2015, ເຊິ່ງເຫັນວ່າຫລັງຈາກລາຄານ້ຳມັນເຊື້ອໄຟຢູ່ພາຍໃນ ແລະ ຕ່າງປະເທດມີ
ການປັບຫລຸດລົງຢ່າງຕໍ່ເນື່ອງໄດ້ເຮັດໃຫ້ດັດສະນີລາຄາການຊົມໃຊ້ຕ່າງໆມີແນ້ວໂນ້ມດີຂື້ນ,ແຕ່ລາຍການສີນຄ້າ ແລະ ການບໍລິການຕ່າງໆທີ່ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນຍັງບໍ່ມີການປ່ຽນແປງເທົ່າທີ່ຄວນ ເຊັ່ນ: ລາຄາຊີ້ນ, ປາ, ເຄື່ອງອຸປະໂພກບໍລິໂພກບາງປະເພດ, ຕະຫລອດຮອດຄ່າໂດຍສານຕ່າງໆຍັງມີລາຄາສູງຢູ່, ຄວາມຈິງແລ້ວບັນຫາດັ່ງກ່າວ ແມ່ນເກີດຈາກຫລາຍປັດໃຈເຊັ່ນ:ຕົ້ນທຶນຫົວອາຫານ, ຕົ້ນທຶນຄ່າຂົນສົ່ງ, ຄ່ານ້ຳປະປາ, ໄຟຟ້າຍັງບໍ່ມີການປັບລົງເຮັດ
ໃຫ້ຕົ້ນທຶນສີນຄ້າເຫລົ່ານັ້ນສູງ. ເມື່ອທຽບກັບປະເທດອ້ອມຂ້າງ. ສະນັ້ນ ຕໍ່ບັນຫາດັ່ງກ່າວປະເທດເຮົາຕ້ອງໄດ້ຮີບຮ້ອນ ຄົ້ນຄວ້າແນວທາງໃນການດັດປັບລາຄາສີນຄ້າ ແລະ ການບໍລິການໃຫ້ສອດຄ່ອງກັບການເໜັງຕິງຫລຸດລົງຂອງລາຄານ້ຳ ມັນເຊື້ອໄຟເຊັ່ນກັນ.  

No comments:

Post a Comment