Ad

Ad

20 January 2015

ລາຄາຢາງພາລາ​ຕົກຕໍ່າລັດຕ້ອງ​ແຊກ​ແຊງ​ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່ຊາວ​ສວນ



ປັດຈຸບັນ ຊາວ​ສວນ​ຢາງພາລາ​ຢູ່​ທົ່ວ​ປະ​ເທດ​ເຮົາ ຕ່າງ​ກໍ​ມີ​ຄວາມ​ເດືອດຮ້ອນ​ຕໍ່ສະພາບ​ລາຄາ​ຢາງ​ພາລາ​ຕົກຕໍ່າ, ບາງ​ບ່ອນ​ຜູ້​ດຳ​ເນີນ​ທຸລະ​ກິດ​ຮັບ​ເກັບ​ຊື້​ຜົນ​ຜະລິດ​ຢາງ​ຈາກ​ຊາວ​ສວນພຽງ  3 ພັນກີບ​ຕໍ່ກິ​ໂລ , ສະນັ້ນ ເຂົາ​ເຈົ້າຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​​ໄດ້ສະ​ເໜີທາງ​ອອກຕໍ່ລັດຖະບານ​ໂດຍ​ຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງຊາດ ​ເທື່ອ​ທີ 8 ຜ່ານ​ມາ ​ເພື່ອ​ຂໍ​ການ​ຊ່ວຍ​ເຫຼືອ ​ແລະ ​ໃຫ້​ຄຳ​ອະທິບາຍ​ວ່າ​ຍ້ອນ​ຫຍັງ ​ແລະ ຈະ​ແກ້​ໄຂ​ແນວ​ໃດ.
ບັນຫານີ້, ທ່ານ  ບຸນທຽນ ແກ້ວສີພາ ຫົວໜ້າ ກົມການຄ້າພາຍໃນ ກະຊວງອຸດສາຫະກຳແລະ ການຄ້າ  ໄດ້​​ອະທິບາຍ ຢູ່ ສະພາແຫ່ງຊາດໃນທ້າຍອາທິດຜ່ານມາວ່າ:  ບັນຫາລາຄາຢາງພາລາຕົກຕໍ່າກໍເນື່ອງມາຈາກລາຄາໃນຕະ ຫຼາດໂລກຕົກຕໍາເຊິ່ງທາງກົມການຄ້າພາຍໃນຈະໄດ້ສົມທົບກັບພະແນກອຸດສາຫະ ກຳແລະ ການຄ້າແຂວງໃນທົ່ວປະເທດ​ ​ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ ຊອກຫາທາງອອກຢ່າງຮີບດ່ວນນັບທັງໄລຍະສັ້ນແລະ ຍາວເພື່ອແກ້ບັນຫາດັ່ງກ່າວແລະ ບັນຫານີ້ກໍແມ່ນບັນຫາທີ່​​ເກີດຂຶ້ນໃນທົ່ວ​​ໂລກທີ່ກຳລັງປະເຊີນຢູ່. ເພື່ອສາມາດແກ້ໄຂບັນຫາໄດ້, ພາກລັດຕ້ອງໄດ້ເຂົ້າມາແຊກແຊງເພື່ອບໍ່ໃຫ້ສົ່ງຜົນ
ກະທົບຕໍ່ຊາວສວນ, ກົມສົ່ງເສີມສະເໜີທາງອອກໃຫ້ລັດຖະບານຕ້ອງໄດ້ໃຊ້ງົບປະມານ ເຂົ້າມາຊ່ວຍດັດປັບ​ ​ແລະ ສາມາດ ຄ້ຳປະກັນລາຄາຍາມວິກິດໂດຍຜ່ານບໍລິສັດທີ່ດຳເນີນການເກັບຊື້ ແລະ ປຸງແຕ່ງໃຫ້ເປັນຜະລິດຕະພັນທີ່ຕະຫຼາດຕ້ອງການຈຶ່ງຈະສາມາດບັນເທົາໄດ້​​.
          ໃນຂະນະດຽວກັນ ຫົວໜ້າກົມການຄ້າພາຍໃນ ຍັງໄດ້ຕອບຂໍ້ຂ້ອງໃຈຈາກຜູ້ສົ່ງສາຍດ່ວນຫຼາຍບັນຫາໂດຍສະເພາະ​​ລາຄາເຂົ້າເປືອກຢູ່ແຂວງຈຳປາສັກ, ບັນຫາການຕິດຕາມກວດກາລາຄາສິນຄ້າຢູ່ຕາມທ້ອງຕະຫຼາດ,  ບັນຫາລາຄາເກັບຊື້ໝາກກ້ວຍຢູ່ເຂດເມືອງນ້ຳບາກ ແຂວງຫຼວງພະບາງແລະ ອື່ນໆ.

No comments:

Post a Comment