Ad

Ad

20 January 2015

ຫາລືການມີສ່ວນຮ່ວມຂອງຫຼາຍພາກສ່ວນເພື່ອສະກັດກ້ັນ​ແລະ​ຄວບ​ຄຸມພະ​ຍາດບໍ່​ຕິດຕໍ່​ໃນ​ສປປລາວ​



​​          ໃນວັນທີ 16 ມັງກອນນີ້ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມປຶກສາຫາລືການມີສ່ວນຮ່ວມຈາກຫຼາຍພາກສ່ວນກ່ຽວກັບແຜນປະຕິບັດງານດ້ານການ ສະກັດກັ້ນແລະຄວບຄຸມພະຍາດບໍ່ຕິດຕໍ່ໃນສປປລາວຂື້ນ,ກະຊວງດັ່ງກ່າວ,​ໂດຍການເປັນປະທານຂອງທ່ານ ຮອງສາດສະດາ ຈານ ດຣ ສົມອົກ ກິ່ງສະດາ,ລັດ ຖະມົນຕີຊ່ວຍວ່າການກະຊວງສາ ທາລະນະສຸກ,ມີຜູ້ຕ່າງໜ້າອົງການອະນາໄມໂລກແລະອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານກອງປະຊຸມກ່າວວ່າ:ປັດຈຸບັນພະຍາດບໍ່ຕິດຕໍ່ຫຼາຍຊະນິດເປັນຕົ້ນແມ່ນພະຍາດຫົວໃຈ-​ເສັ້ນເລືອດ, ອຸປະຕິເຫດເສັ້ນເລືອດໃນສະໜອງ,​ເບົາຫວານແລະພະຍາດມະເຮັງກຳລັງຂະຫຍາຍຕົວຢ່າງແຜ່ຫຼາຍແລະເປັນສາເຫດຂອງການຕາຍກວມເຖິງ 60 %ຂອງອັດຕາການຕາຍທັງໝົດແລະ 80% ຂອງຜູ້ທີ່ຕາຍຍ້ອນພະຍາດບໍ່ຕິດຕໍ່ (NCDs)ຄືດັ່ງກ່າວ,​ແມ່ນ​​ເກີດຂື້ໃນບັນດາປະເທດທີມີລາຍຮັບຕ່ຳແລະປານກາງ,ນອກນີ້ຍັງມີການເຈັບເປັນແລະເສຍຊີວິດຍ້ອນການບາດ
ເຈັບ,ອຸປະຕິເຫດ,ສຸຂະພາບຈິດ,ຜູ້ສູງອາຍຸກໍເປັນສິ່ງທ້າທາຍອັນໜຶ່ງແລະຖ້າລຳພັງແຕ່ຂະແໜງສາທາລະນະສຸກພຽງຢ່າງດຽວ​​ແມ່ນບໍ່ສາມາດຄວບຄຸມ ພະຍາດດັ່ງກ່າວໄດ້ຢ່າງພຽງພໍ,ການເຄື່ອນ​​ໄຫວຂອງຫຼາຍ ພາກສ່ວນຮຽກຮ້ອງໃຫ້ສ້າງສິ່ງແວດລ້ອມທີ່ມີອຳນາດໃນເຮືອນ,ບ້ານແລະຕົວເມືອງ​,ຊຶ່ງທາງເລືອກແຫ່ງສຸຂະພາບແມ່ນທາງເລືອກທີ່ງ່າຍ ດາຍເພື່ອບັນລຸບັນຫານີ້,ການເຄື່ອນໄຫວທີ່ຕ້ອງການແມ່ນຢູ່ໃນຂົງເຂດຕ່າງທໆເຊັ່ນ: ນະໂຍບາຍການຄ້າ ,ການຜະລິດອາຫານແລະຢາປິ່ນປົວພະຍາດ,ກະສິກຳ,ການພັດທະນາຕົວເມືອງ,ການຕັ້ງລາຄາ, ການໂຄສະນາ, ​ເຕັກໂນໂລຊີດ້ານຂໍ້ມູນຂ່າວສານ-ການສື່ສານແລະອາກອນ.ການເຄື່ອນໄຫວຂອງຫຼາຍພາກສ່ວນແມ່ນຮຽກຮ້ອງໃຫ້ຕັດວົງຈອນຄວາມທຸກຍາກແລະພະຍາດບໍ່ຕິດຕໍ່ NCDs,ການກັນແລະຄວບຄຸມພະຍາດບໍ່ຕິດຕໍ່ແລະປັດໃຈສ່ຽງຂອມັນມີຜົນກະທົບທາງບວກບໍ່ສະເພາະແຕ່ສຸຂະພາບ​​ເທົ່ານັ້ນ,​ແຕ່ຍັງກະທົບໃສ່ຜົນຜະລິດ​ ​ແລະ ການພັດທະນາເສດຖະກິດ-ສັງຄົມອີກດວ້ຍ.
ທ່ານປະທານກ່າວວ່າ​:ຍ້ອນສາເຫດນີ້ອົງການອະນາໄມ​​ໂລກຈຶ່ງ​​ໄດ້ສະເໜີໃຫ້ທຸກປະເທດຊ່ວຍກັນຄວບຄຸ ພະຍາດບໍ່ຕິດຕໍ່ດັ່ງກ່າວເພື່ອໃຫ້ອັດຕາການຕາຍຍ້ອນພະຍາດນີ້ຫຼຸດລົງ​ 2% ຕໍ່ປີ, ຜ່ານມາວຽກງານກັນແລະຄວບຄຸມພະຍາດບໍ່ຕິດຕໍ່ຢູ່ລາວເຮົາແມ່ນຍັງຈຳກັດ, ດັ່ງນັ້ນເພື່ອໃຫ້ໄດ້ຮັບການໝັ້ນໝາຍຈາກລັດຖະບານ, ຄູ່ຮ່ວມພັດທະນາແລະ ຜູ້ມີສ່ວນກ່ຽວຂ້ອງອື່ນໆໃນການກັນ ແລະ ຄວບຄຸມພະຍາດບໍ່ຕິດຕໍ່​, ກອງປະຊຸມປຶກ ສາຫາລືໃນການຮ່ວມມືກັບຫຼາຍພາກສ່ວນຄັ້ງນີ້ເຫັນວ່າມີຄວາມຈຳເປັນເພື່ອລະດົມຊຸກຍູ້ແນວຄວາມຄິດແລະສົນທະນາກັນເພື່ອປັບປຸງວຽກງານກັນແລະຄວບຄຸມພະຍາດບໍ່ຕິດຕໍ່ໃຫ້ດີຂຶ້ນ,​ ໂດຍສະເພາະແມ່ນເປັນພື້ນຖານ​​ໃນການກະກຽມການສ້າງຕັ້ງຄະນະກຳມະການແຫ່ງຊາດສຳລັບພະຍາດບໍ່ຕິດຕໍ່, ອີກຢ່າງໜຶ່ງກໍຈະເປັນການຊອກຫາການຮ່ວມມືແລະປະສານງານກັບຫຼາຍພາກສ່ວນເປັນຕົ້ນ​​ແມ່ນຜູ້ຕ່າງໜ້າຈາກກະຊວງຕ່າງໆທີ່າມີສ່ວນກ່ຽວຂ້ອງກັບພະຍາດບໍ່ຕິດຕໍ່ດັ່ງກ່າວ.

No comments:

Post a Comment