Ad

Ad

10 February 2017

ກວດກາພັກເອົາໃຈໃສ່ແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີຂອງມະຫາຊົນ

ພາບປະກອບ
          ຄະນະກວດກາສູນກາງພັກໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ຄະ ນະກວດກາທຸກຂັ້ນໄດ້ສ້າງເງື່ອນໄຂໃຫ້ມະຫາຊົນ ກໍຄືປະຊາຊົນສະເໜີຄວາມຄິດເຫັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ແລະ ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ, ຊຶ່ງສະແດງອອກຄືໃນປີ 2016 ຜ່ານມາໄດ້ຮັບຄໍາຮ້ອງ ແລະ ຄໍາສະເໜີທັງໝົດ 866 ສະບັບ, ໃນນີ້ໄດ້ຄົ້ນຄວ້າແກ້ໄຂແລ້ວ 373 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 336 ສະບັບ, ແຈ້ງຕອບຜູ້ກ່ຽວຂ້ອງແລ້ວ 29 ສະບັບ, ເກັບມ້ຽນເພື່ອຕິດຕາມ
37 ສະບັບ ແລະ ຢູ່ໃນຂັ້ນຕອນພວມເກັບກໍາຂໍ້ມູນມີ 91 ສະບັບ, ໂດຍສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ບໍ່ພໍ່ໃຈຕໍ່ຄໍາຕັດສີນ ແລະ ການປະຕິບັດຄໍາຕັດສີນຂອງສານ ແລະ ອື່ນໆ. ແນວໃດ
ກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕົວຈິງຂອງສັງຄົມຕໍ່ການແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີຕ່າງໆກໍຍັງບໍ່ທັນເຮັດໄດ້ດີ ແລະ ວ່ອງໄວ, ຍ້ອນວ່າຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາຈໍານວນໜຶ່ງຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງ-ຄໍາສະເໜີບໍ່ທັນສູງ, ການຕົກລົງແກ້ໄຂຍັງມີລັກສະນະຊັກຊ້າແກ່ຍາວ, ການປະສານສົມທົບລະຫວ່າງຂະແໜງການກ່ຽວຂ້ອງບໍ່ທັນກົມກຽວດີ, ການພິຈາລະນາແກ້ໄຂບາງກໍລະນີກໍບໍຖືກຕາມພາລະບົດບາດຂອງຕົນ. ຄຽງຄູ່ກັນນັ້ນກໍເຫັນວ່າຄະນະພັກຢູ່ບາງບ່ອນຊີ້ນໍາ-ນໍາພາແກ້ໄຂປກົດການຫຍໍ້ທໍ້ຕ່າງໆໃນກົງຈັກການຈັດຕັ້ງກໍຄືຖັນແຖວພະນັກງານ-ສະມາຊິກພັກຍັງຊັກຊ້າ, ບໍ່ເຂັ້ມງວດ, ການກໍ່ສ້າງພັກໄດ້ເພີ່ມຂຶ້ນທາງດ້ານຈໍານວນ, ແຕ່ຄຸນນະພາບບໍ່ສູງ, ເຮັດໃຫ້ຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ຄວາມເປັນແບບ ຢ່າງ, ນໍ້າໃຈຮັບໃຊ້ປະຊາຊົນ ແລະ ຄວາມເສຍສະຫລະເພື່ອສ່ວນລວມຂອງສະມາຊິກພັກ-ພະນັກງານ ຈໍານວນບໍ່ໜ້ອຍມີການເສື່ອມຖອຍ, ເກີດມີປະກົດການອາຍາສິດ, ເອກະຊົນ ແລະ ສໍ້ລາດບັງຫລວງ, ລະເມີດລະບຽບກົດໝາຍຫລາຍກໍລະນີ, ຊຶ່ງໃນ 1 ປີຜ່ານມາມີການຈັດຕັ້ງພັກຖືກລົງວິໄນຂັ້ນກ່າວເຕືອນ 1 ໜ່ວຍພັກ, ມີຄະນະ ແລະ ສະມາຊິກພັກຖືກລົງວິໄນທັງໝົດ 561 ສະຫາຍ, ຍິງ 58 ສະຫາຍ. ໃນນີ້ຂັ້ນກ່າວເຕືອນມີ 132 ສະຫາຍ, ປົດຕໍາແໜ່ງ 23 ສະຫາຍ, ໂຈະຮ່ວມຊີວິດພັກ 73 ສະຫາຍ ແລະ ໃຫ້ອອກຈາກພັກ 333 ສະຫາຍ.

No comments:

Post a Comment