Ad

Ad

10 February 2017

ສະຖາບັນການເງິນຈຸລະພາກບໍ່ຮັບເງິນຝາກ ວີແອລວີ ເປີດໃຫ້ບໍລິການແລ້ວ

          ນັບວ່າເປັນຂ່າວດີສໍາລັບປະຊາຊົນຊາວນະຄອນຫລວງວຽງຈັນ ກໍຄືຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງທີ່ຕ້ອງການກູ້ຢືມທຶນຮອນເພື່ອມາພັດທະນາການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ພາຍຫລັງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ວີແອລວີ (VLV Micro Finance) ຊຶ່ງມີສໍານັກງານຕັ້ງຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ໄດ້ເລີ່ມເປີດໃຫ້ບໍລິການກູ້ຢືມເງິນນັບແຕ່ວັນທີ 9 ກຸມພານີ້ເປັນຕົ້ນໄປ.

           ທ່ານ ວັນທະກອນ ເດດວົງສາ ອໍານວຍການສະຖາບັນການເງິນດັ່ງກ່າວ ໃຫ້ຮູ້ວ່າ: ສະຖາບັນການເງິນພວກເຮົາຈະສະໜອງສີນເຊື່ອຈຸລະພາກທີ່ມີການໄລ່ລຽງອັດຕາດອກເບ້ຍຕາມກົນໄກຕະຫລາດ ແລະ ສອດຄ່ອງຕາມລະບຽບກົດໝາຍຂອງທະນາຄານແຫ່ງ ສປປ ລາວແນໃສ່ກະຕຸ້ນການພັດທະ
ນາເສດຖະກິດ-ສັງຄົມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ໂດຍເນັ້ນໃຫ້ບໍລິການດ້ານການເງິນແກ່ພະນັກ ງານລັດຖະກອນ, ທະຫານຕໍາຫລວດ, ແມ່ຄ້າຊາວຂາຍ, ຜູ້ປະກອບການຫົວໜ່ວຍການຜະລິດຂະໜາດນ້ອຍ ແລະ ກາງ ລວມເຖິງປະຊາຊົນທີ່ຕ້ອງການທຶນຮອນໄປນໍາໃຊ້ເຂົ້າໃນການຜະລິດ, ປຸງແຕ່ງ ແລະ ປັບປຸງຊີວິດການເປັນຢູ່ຂອງຕົນແຕ່ບໍ່ສາມາດເຂົ້າເຖິງແຫລ່ງທຶນຈາກທະນາຄານ.
           ທ່ານ ວັນທະກອນ ໃຫ້ຮູ້ວ່າ: ສະຖາບັນການເງິນແຫ່ງນີ້ມີທຶນຈົດທະບຽນຈໍານວນ 5 ຕື້ກີບ, ພ້ອມທັງໄດ້ຕັ້ງເປົ້າໝາຍໃຫ້ຍອດບໍລິການສີນເຊື່ອບັນລຸຫລາຍກວ່າ 5 ຕື້ກີບໃນປີທໍາອິດ ແລະ ຂະຫຍາຍໜ່ວຍບໍລິ ການໃຫ້ໄດ້ຢ່າງໜ້ອຍ 3 ແຫ່ງໃນໄລຍະ 3 ປີ, ພ້ອມທັງມີແຜນເພີ່ມທຶນຈົດທະບຽນຫລາຍຂຶ້ນເພື່ອແນໃສຂະຫຍາຍການບໍລິການສີນເຊື່ອໃຫ້ລູກຄ້າໄດ້ຢ່າງກວ້າງຂວາງໃນອານາຄົດ.
            ທ່ານ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສ ປປ ລາວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະຖາບັນການເງິນໄດ້ມີບົດບາດສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ລັດຖະບານໄດ້ກໍານົດວ່າ: ຕ້ອງສ້າງທຸກເງື່ອນໄຂເພື່ອຂົນຂວາຍທຶນຮອນຈາກສັງຄົມເພື່ອສະໜອງໃຫ້ແກ່ການຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ, ແນໃສ່ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ນໍາປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະ ນາເທື່ອລະກ້າວ, ຊຶ່ງມາຮອດປັດຈຸບັນທົ່ວປະເທດມີສະຖາບັນການເງິນ 172 ແຫ່ງ ແລະ ມີ 59 ແຫ່ງທີ່ເຄື່ອນໄຫວຮູບແບບບໍ່ຮັບເງິນຝາກ.

           ເຂົ້າຮ່ວມພິທີເປີດສະຖາບັນການເງິນດັ່ງກ່າວມີທ່ານລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຄໍາແພງ ໄຊສົມແພງ, ພ້ອມດ້ວຍຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວເຂົ້າຮ່ວມນໍາດ້ວຍ.    

No comments:

Post a Comment