Ad

Ad

10 February 2017

ກອງປະຊຸມ 3 ຝ່າຍກ່ຽວກັບວຽກງານແຮງງານ

          ວັນທີ 9 ກຸມພານີ້, ຢູ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ 3 ຝ່າຍກ່ຽວກັບສາຍພົວພັນແຮງງານ ຄັ້ງທີ 14, ເພື່ອປຶກສາຫາລືການຈັດຕັ້ງວຽກງານໃນໄລຍະຜ່ານມາ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຝ່າຍລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.

          ກອງປະຊຸມໄດ້ປຶກສາຫາລືກັນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທັງເປັນການທົບທວນບັນດາໜ້າວຽກຂອງແຕ່ລະຝ່າຍຮັບຜິດຊອບ, ທີ່ໄດ້ກຳນົດໄວ້ໃນກອງປະຊຸມຄັ້ງຜ່ານມາ, ພ້ອມທັງຮ່ວມກັນປຶກສາຫາລື
ເພື່ອແກ້ໄຂຂໍ້ຄົງຄ້າງຕ່າງໆ, ນອກນີ້ ກົມຄຸ້ມຄອງແຮງງານ ຕາງໜ້າໃຫ້ລັດຖະ ບານ ໄດ້ສະເໜີໃນທີ່ປະຊຸມກ່ຽວກັບການສ້າງຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດ ແລະພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດດັ່ງກ່າວ ໃຫ້ມີຄວາມຮັດກຸມ, ກະທັດຫັດ ແລະ ຈະແຈ້ງຂຶ້ນຕື່ມ.

No comments:

Post a Comment