Ad

Ad

10 February 2017

ຮອດປີ 2020 ລາວຈະດຶງດູດການລົງທຶນໃຫ້ກວມ 29% ຂອງ GDP

ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໄດ້ກຳນົດເອົາການຂະຫຍາຍຕົວຂອງ GDP ບໍ່ໃຫ້ຫລຸດ 7,5% ຕໍ່ປີ ແລະ ການລົງທຶນທັງໝົດປະມານ 223.000 ຕື້ກີບກວມ 30% ຂອງ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າອັດຕາການເຕີບໂຕຂອງເສດຖະກິດປະເທດເຮົາອາດຈະບໍ່ສາ ມາດບັນລຸຕາມແຜນການ 5 ປີວາງໄວ້ຄື: ສົກປີ 2015-2016 ຄາດຄະເນການເຕີບໃຫຍ່ຂອງ GDP
ແລະ ບັນລຸໄດ້ພຽງ 6,9% ຍ້ອນມີຜົນກະທົບຈາກສະພາບເສດ ຖະກິດຂອງສາກົນ ແລະ ພາກພື້ນ ແລະ ຄວາມຫຍຸ້ງ ຍາກດ້ານງົບປະມານອາດບໍ່ສາມາດບັນລຸຕາມແຜນລາຍຮັບ-ລາຍຈ່າຍໄດ້, ຂະນະດຽວກັນວາລະຂອງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະ ມານໄດ້ປ່ຽນຈາກສົກປີງົບປະມານມາເປັນປີປະຕິທິນ, ດ້ວຍເຫດຜົນດັ່ງກ່າວ ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຄິດໄລ່ຕົວເລກຄາດໝາຍອັດຕາການເຕີບໃຫຍ່ຂອງເສດຖະກິດໃນໄລຍະ 4 ປີຕໍ່ໜ້າຄືນໃໝ່ຄື: ປີ 2017 ແລະ 2018 ແມ່ນ 7%, ປີ 2019 ຄາດວ່າຈະບັນລຸ 7,3% ແລະ ປີ 2020 ຈະບັນລຸ 7,5% ເຊິ່ງຕົວເລກດັ່ງກ່າວລັດ ຖະບານເຫັນດີໃຫ້ນຳສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງ ດັ່ງນີ້: ອັດຕາການຂະຫຍາຍຕົວຂອງເສດ ຖະກິດ (GDP) ໃນໄລຍະ 4 ປີ 2017-2020 ສະເລ່ຍບໍ່ໃຫ້ຫລຸດ 7,2% ຂຶ້ນໄປ, ໃນນີ້ຂະແໜງກະສິກຳ-ປ່າໄມ້ຂະຫຍາຍຕົວ 3,4% ກວມເອົາປະມານ 16,8%, ຂະແໜງອຸດສາຫະກຳຂະ ຫຍາຍຕົວ 9,3% ກວມເອົາປະມານ 39%, ຂະແໜງບໍລິການຂະຫຍາຍຕົວ 8,1% ກວມເອົາປະມານ 35,4%, ພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າຂະຫຍາຍຕົວ 5% ກວມເອົາປະມານ 8,8% ຂອງ GDP ໃນປີ 2020, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ປະມານ 2.978 ໂດລາສະຫະລັດໃນປີ 2020.


     ສຳລັບການລົງທຶນແຕ່ປີ 2017-2020 ຄາດຄະເນກວມ 29% ຂອງ GDP, ຄິດເປັນມູນຄ່າປະມານ 173.329 ຕື້ກີບ, ໃນນັ້ນການລົງທຶນຂອງລັດກວມ 12-15%, ການລົງທຶນຈາກການກູ້ຢືມ ແລະ ເງິນຊ່ວຍເຫລືອທາງການເພື່ອການພັດທະນາກວມ 15-24%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດກວມ 40-49% ແລະ ການລົງທຶນຈາກລະບົບເງິນຕາກວມ 21-23% ຂອງການລົງທຶນທັງໝົດ.

No comments:

Post a Comment