Ad

Ad

10 February 2017

ປະທານປະເທດ ເນັ້ນໃຫ້ຄະນະພັກ ກຊສ ເອົາໃຈໃສ່ວຽກງານການເມືອງແນວຄິດໃຫ້ເລິກເຊິ່ງ

          ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທີ່ໄດ້ຈັດຂຶ້ນໃນມໍ່ໆມານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກກະຊວງກະຊວງດັ່ງກ່າວ, ເອົາໃຈໃສ່ຫລາຍບັນຫາໂດຍສະເພາະໃຫ້ເພີ່ມທະວີວຽກງານການເມືອງແນວຄິດໃຫ້ເລິກເຊິ່ງ, ໃຫ້ຄະນະພັກທຸກຂັ້ນຖືເອົາວຽກງານນີ້ເປັນພື້ນຖານສອດຫ້ອຍຢູ່ທຸກຂົງເຂດວຽກງານຂອງຕົນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ເພີ່ມທະວີຊີ້ນຳໆພາ 3 ອົງການຈັດຕັ້ງມະຫາຊົນໃນການປະຕິບັດພາລະບົດບາດຂອງຕົນໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄຸນນະພາບວຽກງານກວດກາພັກ, ກວດກາ
ລັດໃນລະບົບປົກກະຕິ-ກວດກາຕາມຄຳສັ່ງ, ເອົາໃຈໃສ່ປັບປຸງນິຕິກຳ, ຍຸດທະສາດ ແລະ ນະໂຍບາຍທີ່ຕິດພັນວຽກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຄົບຊຸດ.

            ທ່ານປະທານປະເທດ ເນັ້ນຕື່ມວ່າ: ໃຫ້ຄະນະພັກ ກຊສ ສູ້ຊົນຈັດສັນການນຳໃຊ້ທີ່ດິນແບບຮອບ ດ້ານລະດັບທ້ອງຖິ່ນ ແລະ ມອບໃຫ້ຂະແໜງການທ້ອງຖິ່ນຄຸ້ມຄອງນຳໃຊ້ທີ່ດິນແຕ່ລະປະເພດຢ່າງມີປະສິດທິຜົນ, ສູ້ຊົນການອອກໃບຕາດິນໃຫ້ໄດ້ຕາມຄາດໝາຍ 4 ແສນຕອນ, ສືບຕໍ່ເກັບກຳສະຖິຕິຂໍ້ມູນສຳມະ ໂນທີ່ດິນ ແລະ ເອົາເຂົ້າໃນລະບົບຄອມພິວເຕີ ໃຫ້ສຳເລັດ 5 ແສນຕອນ, ສູ້ຊົນເກັບລາຍຮັບຈາກທີ່ດິນໃຫ້ເພີ່ມຂຶ້ນ 15-20%, ສູ້ຊົນສ້າງ ແລະ ປັບປຸງການຈັດຕັ້ງປະຕິບັດແຜນການຄຸ້ມຄອງ-ພັດທະນາອ່າງຮັບນ້ຳແບບປະສົມປະສານ, ຕິດຕາມກວດກາສະພາບຊັບພະຍາກອນນ້ຳ ໃນຂັ້ນພື້ນຖານ ໃຫ້ສຳເລັດຕາມແຜນການ, ເຮັດໃຫ້ວຽກງານໄພພິບັດ - ການປ່ຽນແປງສະພາບດິນຟ້າອາ ກາດ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ທຸກຂະແໜງການໃນລະດັບສູນກາງ, ທ້ອງຖິ່ນ, ສູ້ຊົນສ້າງຕັ້ງ ແລະ ປັບປຸງຕາໜ່າງສະຖານີອຸຕຸນິຍົມ, ສະຖານີອຸທົກະສາດ, ສະຖານີອຸຕຸກະ ສາດ, ສ້າງລະບົບເຕືອນໄພ ແລະ ສູນເຕືອນໄພລ່ວງໜ້າດ້ານອຸຕຸນິຍົມ ແລະ ອຸທົກກະສາດໃຫ້ສຳເລັດ ໂດຍສະເພາະໃນເຂດທີ່ເປັນບຸລິມະສິດຂອງການພັດທະນາ ກໍຄືສູ້ຊົນສ້າງ-ຈັດຕັ້ງປະຕິບັດລະບົບຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການແກ້ໄຂ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ສຳລັບໂຄງການລົງທຶນ, ກິດຈະການພັດທະນາ  ທຸລະກິດຄອບຄົວໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

No comments:

Post a Comment