Ad

Ad

10 February 2017

ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມເນັ້ນໃຫ້ລາວໂທລະຄົມເລ່ັງພັດທະນາຕົນເອງໃຫ້ເຂັ້ມແຂງກວ່າເກົ່າ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະຈຳປີ 2016 ແລະ ວາງທິດທາງແຜນ ການປີ 2017 ຂອງລາວໂທລະຄົມ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະ ຊວງໄປສະນີໂທລະຄົມມະ ນາຄົມ ແລະ ການສື່ສານໄດ້ໃຫ້ກຽດພົບປະໂອ້ລົມຄະນະນຳ ແລະ ພະນັກງານລັດຖະກອນບໍລິສັດດັ່ງກ່າວຊຶ່ງໄດ້ເນັ້ນໃຫ້ເອົາໃຈໃສ່ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີຂອງຕົນໂດຍສະເພາະໃຫ້ສືບຕໍ່ປັບປຸງບຸລະນະໂຄງລ່າງພື້ນຖານດ້ານຕ່າງໜ່າງໂທລະຄົມມະນາຄົມອິນເຕີເນັດຄວາມໄວສູງຮອງຮັບການໃຊ້ງານໄດ້ເປັນປົກກະຕິ, ຮັບປະກັນໃຫ້ການສົ່ງຂໍ້ມູນຕ່າງໆມີຄວາມປອດໄພທຽບເທົ່າ
ສາກົນ, ຊ່ວຍຂັບເຄື່ອນການພັດທະນາເສດຖະກິດສັງຄົມຂອງປະເທດໄປສູ່ທັນສະໄໝເທື່ອລະກ້າວ ແລະ ສືບຕໍ່ພັດທະນາຕົນເອງໃຫ້ເຂັ້ມແຂງກວ່າເກົ່າຄື: (1) ຕັ້ງໜ້າຄົ້ນຄົ້ວາຮ່ຳຮຽນເພື່ອເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ແຜນທັດທະນາເສດຖະກິດ-ສັງຄົມເພື່ອນຳໄປຈັດຕັ້ງເປັນແຜນການ, ແຜນງານ ແລະ ໂຄງການລະອຽດ, (2) ສູ້ຊົນແກ້ໄຂຈຸດອ່ອນຄົງຄ້າງທີ່ເປັນອຸປະສັກກີດຂວາງການຈັດຕັ້ງປຕິບັດແນວທາງນະໂຍບາຍຂອງພັກກໍຄືແຜນການສູ້ຊົນຂອງລາວໂທລະຄົມໃຫ້ປະກົດຜົນເປັນຈິງ (3) ສືບຕໍ່ ຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ການປົກຄອງ, ເຕັກນິກວິທະຍາສາດ, ການບໍລິການຈັດການ,ການບໍລິຫານ ແລະ ວຽກງານວິຊາສະເພາະທີ່ຈຳເປັນອື່ນໆໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າວຽກໃນຕະລະໄລຍະ, ແນ່ໃສ່ບຸກທະລຸທາງດ້ານພັດທະນາຊັບພະຍາກອນມະນຸດ, (4) ສືບຕໍ່ປົກປັກຮັກສາບຸລະນະພື້ນຖານໂຄງລ່າງລະບົບໂທລະຄົມມະນາຄົມໃຫ້ຮັບປະກັນຄຸນນະພາບໄປຄຽງຄູ່ກັບການພັດທະນາ ແລະ ນຳເອົາເຕັກນິກ-ເຕັກໂນໂລຊີໃໝ່ໆມາຮັບໃຊ້ສັງຄົມ, ຫັນເອົາການບໍລິການດ້ານໂທລະຄົມມະນາຄົມເປັນຂະແໜງອຸດສາຫະກຳເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ, (5) ສ້າງຈຸດຂາຍ ແລະ ການບໍລິການໃຫ້ມີຫຼາຍທາງເລືອກເພື່ອເປັນສີສັນທີ່ໂດດເດັ່ນ ແລະ ເປັນທີ່ຕ້ອງການຂອງຜູ້ຊົມໃຊ້ ແລະ ສິ່ງສຳຄັນແມ່ນໃຫ້ມີຈັນຍາບັນການບໍລິການໃຫ້ຊື່ສັດໂປງໃສ່ບໍ່ເອົາປຽບລູກຄ້າ, ສຳລັບກະຊວງເອງກໍຈະສືບຕໍ່ຊຸກຍູ້ສົ່ງເສີມ, ຊີ້ນຳ ແລະ ໃຫ້ຄຳປຶກສາແກ່ລາວໂທລະຄົມຕະຫຼອດໄປ.

No comments:

Post a Comment