Ad

Ad

10 February 2017

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຢ້ຽມຂ່ຳນັບປະທານປະເທດ ແລະ ປະທານສະພາແຫ່ງຊາດ ຫວຽດນາມ

            ໃນວັນທີ 8 ກຸມພານີ້, ຢູ່ທຳນຽບປະທານປະເທດ ນະຄອນ ຫລວງຮ່າໂນ້ຍ, ທ່ານ ເຈິ່ນດ້າຍກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ປະຈຳປີ 2017 ທີ່ນະຄອນຫລວງຮ່າໂນ້ຍ.

ໃນໂອກາດນີ້, ທ່ານປະທານປະເທດແຫ່ງ ສສ ຫວຽດນາມ, ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນງານອັນໃຫຍ່ຫລວງໃນຫລາຍຂົງເຂດ ທ່ີພັກ, ລັດຖະບານ ແລະ ປະຊາຊົນລາວ ຍາດມາໄດ້, ພິເສດແມ່ນຜົນສຳເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016, ເຮັດໃຫ້ອິດທິພົນ ແລະ ຊື່ສຽງຂອງລາວ ນັບມື້ພົ້ນເດັ່ນໃນເວທີສາກົນ ແລະ ພ້ອມນັ້ນ ປະທານປະເທດ ເຈິ່ນດ້າຍກວາງ ໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງ ກອງປະຊຸມຄະນະກຳມາທິການ ຮ່ວມມືທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງນີ້ ທ່ີໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ໃນການຊຸກຍູ້ໃຫ້ບັນດາ ຂະແໜງການ, ທ້ອງຖິ່ນ, ບັນດາວິສາຫະກິດ ທີ່ກ່ຽວຂ້ອງຂອງສອງປະເທດໃນການປະຕິບັດ, ເສີມຂະຫຍາຍ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຖະ ບານກ່ຽວກັບບັນດາເນື້ອໃນທີ່ໄດ້ຕົກລົງກັນໃຫ້ມີປະສິດທິຜົນເພື່ອເສີມຂະຫຍາຍບັນດາທ່າແຮງຂອງແຕ່ລະປະເທດ, ພ້ອມດຽວກັນ, ສອງປະເທດຈະຕ້ອງເພີ່ມທະວີການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ບັນດາຂະແໜງການ, ສູ້ຊົນຍົກສູງມູນຄ່າການຄ້າສອງຝ່າຍ, ໃຫ້ບູລິມະສິດແກ່ໂຄງການທີ່ເປັນໃຈກາງ ກ່ຽວກັບໂຄງການພະລັງງານ ແລະ ຄົມມະນາຄົມຂົນສົ່ງ. ເສີມຂະຫຍາຍຢ່າງມີປະສິດທິຜົນ ກົນໄກ, ນະໂຍບາຍ ເພື່ອພ້ອມກັນແກ້ໄຂຢ່າງທັນການບັນດາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ສ້າງຄວາມສະດວກໃຫ້ແກ່ ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວເພື່ອສາມາດເຮັດວຽກງານຂອງຕົນໃຫ້ມີປະສິດທິຜົນ.
             ປະທານປະເທດ ເຈິ່ນດ້າຍກວາງ ຍັງສະເໜີໃຫ້ສອງຝ່າຍ ເພີ່ມທະວີການປະສານສົມທົບຢ່າງໜັກແໜ້ນໃນການໂຄສະນາກ່ຽວກັບມູນເຊື້ອຄວາມສຳພັນລາວ-ຫວຽດນາມ. ປະສານສົມທົບໃຫ້ດີ ແລະ ມີຄວາມ    ໝາຍໃນການເຄື່ອນໄຫວ ສະເຫລີມສະຫລອງ 55 ປີ ວັນສ້າງສາຍພົວພັນການທູດ ລາວ-ຫວຽດນາມ (05/9/1962 -05/9/2017) ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2017) ໃນປີ 2017 ນີ້ໃຫ້ມີເນື້ອໃນ, ເລິກເຊິ່ງ ແລະ ມີຄວາມໝາຍ ແລະ ເສີມຂະຫຍາຍຄວາມສຳພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວສູ່ລວງເລິກ.
          ໃນຕອນແລງວັນທີ 8 ກຸມພາ, ທີ່ຫໍສະພາແຫ່ງຊາດ ໃນນະຄອນຫລວງຮ່າໂນ້ຍ, ທ່ານນາງ ຫງວຽນທິ ກີມເງິນ ປະທານສະພາແຫ່ງຊາດສສ ຫວຽດນາມ ກໍໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊັ່ນດຽວກັນ ເພື່ອແຈ້ງຜົນສຳເລັດຂອງກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ທີ່ນາຍົກລັດຖະມົນຕີສອງປະເທດໄດ້ເປັນທານຮ່ວມ, ພ້ອມຢ້ຳວ່າ: ລັດຖະບານລາວ ຈະປະສານສົມທົບຢ່າງແໜ້ນແຟ້ນກັບລັດຖະບານຫວຽດນາມ ໃນການຊີ້ນຳບັນດາຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ, ບັນດາເນື້ອໃນຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງພັກ, ສອງລັດຖະບານໄດ້ຕົກລົງກັນ. ພ້ອມນີ້ ທ່ານນາຍົກລັດຖະມົນຕີຫວັງວ່າສະພາແຫ່ງຊາດຫວຽດນາມ ຈະໃຫ້ການສະໜັບສະໜູນ ແລະ ຊຸກຍູ້ບັນດາຂໍ້ຕົກລົງລະຫວ່າງສອງປະເທດ ເປັນການປະກອບສ່ວນເຮັດໃຫ້ການຮ່ວມມືລະຫວ່າງລາວ-ຫວຽດນາມ ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
        ທ່ານນາງ ຫງວຽນທິ ກີີເງິນ ກ່າວຢ້ຳວ່າ ຍາມໃດສະພາແຫ່ງຊາດຫວຽດນາມ ກໍໃຫ້ຄວາມສຳຄັນ ແລະ ດີໃຈຕໍ່ຜົນງານອັນໃຫຍ່ຫລວງທີ່ປະຊາຊົນລາວຍາດມາໄດ້ໃນຊຸມປີຜ່ານມາ ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫລວງກວ່າເກົ່າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ  X ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໄລຍະ 2016-2020 ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຄັ້ງທີ 39 ເຊິ່ງເປັນຄັ້ງທຳອິດ ທີ່ນາຍົກລັດຖະມົນຕີທັງສອງປະເທດເປັນປະທານຮ່ວມ.












 






No comments:

Post a Comment